Ketsadaphone
ພວກເຮົາບໍ່ຈຳເປັນຕ້ອງເຮັດວຽກຫຼາຍເກີນໄປ
ເມື່ອບໍ່ດົນມານີ້ສຳນັກຂ່າວ New York Times ໄດ້ຕີພິມເລື່ອງການເຮັດວຽກຂອງບຸກຄະລາກອນໃນບໍລິສັດ Amazon ເຊິ່ງມັນໄດ້ສະແດງເຖິງການເຮັດວຽກທີ່ດຸເດືອດຕັ້ງແຕ່ເຊົ້າຈົນຄ່ຳ, ທັງຍິງ ແລະ ຊາຍຕ່າງກໍ່ຮ້ອງໄຫ້ໃນທີ່ເຮັດວຽກ ຫຼື ໂຕະຂອງຕົນເອງ ແລະ ພະນັກງານຜູ້ທີ່ບໍ່ຕອບອີເມວຕອນທ່ຽງຄືນ ກໍ່ຖືກຮ້າຍດ່າ. ນີ້ສະແດງໃຫ້ເຫັນເຖິງການເຮັດວຽກຂອງບຸກຄະລະກອນໃນບໍລິສັດໃຫ່ຍ ໃນສະຫະລັດອາເມຣິກາ.
ແຕ່ກ່ອນຖືກັນວ່າ ຊົນຊັ້ນທີ່ໝັ້ນຄົງແມ່ນຈະມີຊີວິດສະດວກສະບາຍ ເທິງຫຼັງຊົນຊັ້ນກຳມະຊີບ ທີ່ເຮັດວຽກກັນແບບທຸກຍາກລຳບາກ.
ແຕ່່ວ່າໃນປັດຈຸບັນ ພະນັກງານທີ່ມີຄວາມເປັນມືອາຊີບ ທີ່ສາມາດຫາແບ່ງເວລາໃນການເຮັດວຽກ ແລະ ໃຊ້ຊີວິດພ້ອມກັບໄດ້ຄ່າຕອບແທນທີ່ດີ ກັບຖືກດູໝິ່ນດູຖືກ ແລະ ຖືກປະຕິບັດບໍ່ດີໃນອະເມລິກາ.
ບໍ່ມີໃຜຮູ້ວ່າສິ່ງນີ້ຈະເກີດຂຶ້ນຈົນມາເຖິງປານນີ້. ນັກເສດຖະສາດ John Maynard Keynes ໄດ້ທຳນາຍເລື່ອງທີ່ໂດ່ງດັງວ່າ ການເຮັດວຽກ 3 ຊົ່ວໂມງຕໍ່ວັນ ແລະ ປີ 1941 ຕໍ່ມາກໍ່ໃນມີນິຕິຍະສານ Life Magazine ທີ່ໄດ້ຂຽນກ່ຽວກັບ “ໄພຄຸກຄາມທີ່ແທ້ຈິງ” ທີ່ຊາວອາເມລິກາກຳລັງປະເຊີນໜ້າຢູ່ນັ້ນກໍ່ຄື ສິ່ງທີ່ຈະຕາມມາເພື່ອພວກເຮົາມີເວລາວ່າງຫຼາຍເກີນໄປ.
50 ປີຕໍ່ມາກໍ່ສາມາດເວົ້າໄດ້ວ່າ ວິກິດການເວລາວ່າງທີ່ຫຼາຍເກີນໄປ ກໍ່ໄດ້ຜ່ານພົ້ນໄປແລ້ວ. ເວລາເຮັດວຽກຕໍ່ອາທິດຂອງສະຖານທີ່ເຮັດວຽກເຊັ່ນ: ສຳນັກງານກົດໝາຍ, ທະນາຄານ ແລະ ບໍລິສັດເຕັກໂນໂລຊີລະດັບສູງ ກໍ່ໄດ້ເພີ່ມຂຶ້ນເລື້ອຍໆ ຈົນບາງຄົນທີ່ເຮັດວຽກນຳກໍ່ບໍ່ສາມາດທົນຢູ່ໄດ້. ປີ 2006, 20% ຂອງຜູ້ມີລາຍໄດ້ສູງສູດມີທ່າອ່ຽງວ່າຈະເຮັດວຽກ 50 ຊົ່ວໂມງຕໍ່ອາທິດກວ່າຜູ້ທີ່ມີລາຍໄດ້ຕ່ຳຫຼາຍກວ່າ 2 ເທົ່າ. ນີ້ກໍ່ເປັນການພິກໜ້າປະຫວັດສາດຂອງການເຮັດວຽກອີກເຊັ່ນກັນ.
ເຫດໃດຈຶ່ງເກີດເຫດການແບບນີ້ຂຶ້ນ ເຊິ່ງມັນເປັນເລື່ອງທີ່ລຶກລັບ ແລະ ໜ້າຂັດແຍ່ງຫຼາຍ. 50 ປີທີ່ຜ່ານມາໄດ້ມີການເພີ່ມປະສິດທິພາບໃນການເຮັດວຽກຫຼາຍຂຶ້ນ, ການປະດິດເຄື່ອງມືທີ່ຊ່ວຍຫຼຸດແຮງງານໃນການເຮັດວຽກຈຳນວນນັບບໍ່ຖ້ວນ ແລະ ການມີບົດບາດທີ່ເພີ່ມຂຶ້ນຂອງຜູ້ຍິງທີ່ໄດ້ເພີ່ມຈຳນວນຜູ້ຍິງໄດ້ເຮັດວຽກໃນຫ້ອງການຕ່າງໆນາໆຫຼາຍຂຶ້ນ. ມັນຕ້ອງມີຫຍັງເກີດຂຶ້ນແນ່ນອນ.
ບາງຄົນຄິດວ່າ ຊາວອາເມລິກາເປັນພວກມັກເຮັດວຽກ ຫຼາຍກວ່າພັກຜ່ອນ. ມັນກໍ່ແມ່ນບາງສ່ວນ ເພາະວ່າສຳລັບໃນສັງຄົມແລ້ວ ຄົນທີ່ມີວຽກເຮັດ ຖືວ່າເປັນຄົນສຳຄັນ, ພວກເຂົາຍັງພູມໃຈທີ່ມີວຽກເຮັດງານທຳ, ພວກເຂົາຍັງພົບຄວາມຮັກ ແລະ ອາຫານຟີໃນທີ່ທຳງານ ແລະ ຍັງໄດ້ໄປປະຊຸມໃນຕ່າງເມືອງ ຫຼື ຕ່າງປະເທດ ເຊິ່ງກໍ່ເຮັດໃຫ້ພວກເຂົາພັກຜ່ອນໄປໃນຕົວອີກດ້ວຍ. ນອກນັ້ນ, ຍັງມີທິດສະດີໜຶ່ງທີ່ເຊື່ອວ່າ ຖ້າຄົນເຮົາເຮັດວຽກໄດ້ຫຼາຍຊົ່ວໂມງເທົ່າໃດ ກໍ່ຈະມີລາຍໄດ້ສູງເທົ່ານັ້ນ ແລະ ຖ້າມີຄວາມຕ້ອງການບໍລິໂພກ ແລະ ອຸປະໂພກເທົ່າໃດ ກໍ່ເຮັດໃຫ້ມີຄວາມຕ້ອງການທີ່ຈະເຮັດວຽກສູງຂຶ້ນເທົ່ານັ້ນ.
ສິ່ງທີ່ກ່າວມາຂ້າງເທິງເປັນພຽງແນວຄິດ ແລະ ຄຳຕອບທົ່ວໄປຈາກຜູ້ທີ່ມີແຮງຈູງໃຈໃນການເຮັດວຽກເທົ່ານັ້ນ. ແຕ່ວ່າກໍ່ມີບາງຢ່າງທີ່ເຮົາບໍ່ຮູ້ຕື່ມອີກວ່າ: ສາເຫດທີ່ພວກເຂົາເຮັດວຽກໜັກນັ້ນ ເປັນຍ້ອນສັງຄົມຕໍ່ຕ້ານການພັກຜ່ອນຫຼືບໍ່?, ສາເຫດທີ່ພວກເຂົາເຮັດວຽກໜັກນັ້ນ ບໍ່ໄດ້ມາຈາກຄວາມຕ້ອງການທີ່ຢາກມີຜົນງານທີ່ດີ ແຕ່ວ່າມາຈາກການກົດຂີ່ຂູດຮີດຂອງບັນດາຫົວໜ້າ ແລະ ນາຍຈ່້າງ.
ສາເຫດກໍ່ອາດຈະມາຈາກປັດຈຸບັນ ເຕັກໂນໂລຊີໄດ້ເຂົ້າມາມີບົດບາດໃນການເຮັດວຽກຫຼາຍຂຶ້ນ ບໍ່ມີຈະເປັນໂຮງຈັກໂຮງານ ບໍລິສັດນ້ອຍໃຫ່ຍ ຕ່າງໆນາໆກໍ່ໄດ້ນຳໃໍຊ້ເຕັກໂນໂລຊີເຂົ້າມາຊ່ວຍໃຫ້ຫຼູດແຮງງານ ແລະ ເພີ່ມຄວາມໄວໃນການເຮັດວຽກ. ນັ້ນຈຶ່ງເຮັດໃຫ້ ເກືອບທຸກໆອາຊີບໄດ້ມີການປ່ຽນແປງວິທີການໃນການເຮັດວຽກ. ນອກນັ້ນ, ສັງຄົມທຸກວັນນີ້ ຍິ່ງໃນສັງຄົມທີ່ມີຄວາມຈະເລີນສູງ ກໍ່ຈະມັກມີການແຂ່ງຂັນທີ່ສູງຂຶ້ນຫຼາຍ ຜູ້ໃດທີ່ມີວຽກເຮັດ ອາຊີບໝັ້ນຄົງ ກໍ່ເປັນຄົນທີ່ໜ້າເຄົາລົບນັບຖື ແລະ ຜູ້ໃດທີ່ເຮັດວຽກມີລາຍໄດ້ໜ້ອຍ ຫຼື ບໍ່ເຮັດເລີຍກໍ່ຈະຖືກສັງຄົມຕີຕາວ່າເປັນຄົນບໍ່ໄດ້ເລື່ອງ.
ນັ້ນຈື່ງເຮັດໃຫ້ຄົນເຮົາທີ່ຢູ່ພາຍໃນສັງຄົມຖືກຕີກອບໄປໂດຍທີ່ເຮົາເອງກໍ່ບໍ່ໄດ້ຜິດ ທີ່ເຮົາຈະເລືອກເຮັດໃນສິ່ງທີ່ເຮົາພໍໃຈ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ພວກເຮົາທຸກຄົນທີ່ເປັນຄົນເຮັດວຽກ ຖືກກົດດັນຈາກສັງຄົມອ້ອມຂ້າງ ບໍ່ວ່າຈະເປັນໝູ່ເພື່ອນ, ຄົນບ້ານໃກ້ເຮືອນຄຽງ ຈົນເຖິງຄອບຄົວຂອງຕົນເອງ ຈຶ່ງເຮັດໃຫ້ພວກເຮົາເຮັດວຽກໜັກຫຼາຍເກີນໄປ ເພື່ອທີ່ຈະພິສູດໃຫ້ພວກເຂົາເຫັນ ເພື່ອໃຫ້ສັງຄົມຍອມຮັບ.
ແນ່ນອນວ່າມັນມີຜົນເສຍບໍ່ວ່າຈະເປັນ ເສຍສຸຂະພາບກາຍ ແລະ ຈິດ, ເສຍເວລາ ບໍ່ມີເວລາໃຫ້ຄົນອ້ອມຂ້າງ ເພາະວ່າເຮົາທຸ້ມເທຫັກໂຫມໄປກັບການເຮັດວຽກຫຼາຍເກີນໄປ. ຄຳຖາມກໍ່ຄືມັນເປັນສິ່ງທີ່ຄວນເຮັດບໍ່ ມັນຄຸ້ມບໍ?
ລອງຖາມຕົນເອງເບິ່ງວ່າ ຈະສົນໃຈຄຳເວົ້າຄົນອື່ນ ຈົນເຮັດວຽກໜັກໜາສາຫັດ ຈົນສູນເສຍຄວາມເປັນຕົນເອງ, ຄົນອ້ອມຂ້າງ ຈົນເຖິງບໍ່ມີໃຫ້ຕົນເອງ ຫຼື ຈະເຮັດວຽກແບບສະບາຍໃຈຕົນເອງ ເພື່ອຖະໜອມຕົນເອງ ຮັກສາຄົນອ້ອມຂ້າງ ແລະ ທີ່ສຳູຄັນແມ່ນມີຄວາມສຸກ.
ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ
Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213