Ketsadaphone
ເປັນຫຍັງ Developer ຈຶ່ງຂຽນ Blog ແລະ ຈະເລີ່ມຕົ້ນແນວໃດ?
ໃນບົດຄວາມເຫຼົ່ານີ້ຈະເວົ້າເຖິງ ສາເຫດທີ່ ນັກພັດທະນາຊອບແວ ຕ້ອງຂຽນ Blog, ປະໂຫຍດຂອງມັນ ແລະ ສິ່ງສຳຄັນທີ່ສຸດຄືເຮົາຈະເລີ່ມຕົ້ນແນວໃດ.
ບົດຄວາມນີ້ ເໝາະສົມກັບ ນັກພັດທະນາຊອບແວ ທີ່ຕ້ອງການເປັນ Blogger ຫຼື ຜູ້ທີ່ບໍ່ຮູ້ຈະເລີ່ມຕົ້ນແນວໃດ.
1. ສິນລະປະ ແລະ ວິທະຍາສາດຂອງການຂຽນ
ການຈົດບັນທຶກ ບໍ່ແມ່ນສິ່ງໃໝ່ ແລະ ເປັນສິ່ງທີ່ເຮົາເຮັດມາດົນແລ້ວໃນໂຮງຮຽນ ຫຼື ວິທະຍາໄລ. ເຮົາຈົດບັກທຶກເພື່ອ ຂຽນສິ່ງທີ່ກຳລັງຈື່ໃນເວລານັ້ນ ແລະ ພະຍາຍາມຈື່ມັນພາຍຫຼັງ. ນອກນັ້ນ, ມັນຍັງຊ່ວຍໃຫ້ເຮົາຈື່ຈຳລົງໃນສະໝອງຂອງເຮົາ ເມື່ອເຮົາຈົດບັນທຶກ.
ແຕ່ວ່າການຂຽນຈົດບັນທຶກ ກັບ ການຂຽນບົດຄວາມຄືກັນບໍ່? ມັນກະບໍ່ທັງໝົດ ແຕ່ວ່າມີເຈດຕະນາ ແລະ ລັກສະນະຄ້າຍຄືກັບຜູ້ຂຽນ. ການຈົດບັນທຶກອາດເປັນການອະທິບາຍຄ່າວໆ ໃນຂະນະທີ່ການຂຽນບົດຄວາມເປັນ ການຂຽນແບບລະອຽດ, ຂັດເກົາ,ຮຽບຮຽງ ໂດຍອີງໃສ່ ການໃຊ້ສິນລະປະ ແລະ ວິທະຍາສາດການຂຽນ.
ການຂຽນເປັນສິນລະປະ ເພາະວ່າເຮົາຕ້ອງໄດ້ໃຊ້ຄວາມຄິດສ້າງສັນ, ເຮົາທຸກຄົນມີຈິດວິນຍານເປັນນັກເລົ່າເລື່ອງທີ່ຢູ່ພາຍໃນ. ຄວາມຮູ້ໃນເລື່ອງ ແລະ ວິທີການເລົ່າເລື່ອງຂອງເຮົາເຮັດໃຫ້ການຂຽນເປັນປະສົບການທີ່ໜ້າອ່ານ.
ການຂຽນກໍ່ເປັນວິທະຍາສາດ ເພາະວ່າໃນຖານະນັກຂຽນ ເຮົາຕ້ອງໃຂ້ກົດເກນ, ກົດຂອງໄວຍາກອນ, ໂຄງສ້າງ, ຮູບແບບ ແລະ ວິທີການ ໃນການຂຽນບົດຄວາມ. ເຮົາຈະມາເຮັດຄວາມຮູ້ຈັກກັບສິນລະປະ ແລະ ວິທະຍາສາດຂອງການຂຽນ ແຕ່່ວ່າກ່ອນອື່ນໝົດເຮົາຕ້ອງຮູ້ເສຍກ່ອນວ່າ ເປັນຫຍັງເຮົາຈຶ່ງຕ້ອງຂຽນ.
2. ເປັນຫຍັງເຮົາຈຶ່ງເລີ່ມຂຽນ Blog
ໃນຖານະນັກພັດທະນາຊອບແວ ເຮົາມາເຮັດຄວາມເຂົ້າໃຈຂອງດ້ານດີໃນການຂຽນ Blog ເສຍກ່ອນ. ຄຳແນະນຳລຸ່ມນີ້ແມ່ນມາຈາກປະສົບການທີ່ລວມມາຂອງຜູ້ຂຽນເທົ່ານັ້ນ.
2.1 ຂຽນເພື່ອຕົວເຮົາເອງ
ເມື່ອເຮົາພົບບັນຫາໃນບ່ອນເຮັດວຽກ, ພົບສິ່ງທີ່ໜ້າປະທັບໃຈ ແລະ ສິ່ງໃໝ່ໆ. ຈົ່ງຂຽນກ່ຽວກັບມັນ ເພາະວ່າມີໂອກາດສູງທີ່ເຮົາຈະຕ້ອງປະເຊີນກັບບັນຫາ ທີ່ເຮົາໄດ້ເຈິ ແລະ ເຮົາຈະຂອບໃຈຕົນເອງທີ່ໄດ້ຂຽນມັນໄວ້.
ຂຽນກ່ຽວກັບປະສົບການຂອງເຈົ້າ ເພາະວ່າມັນງ່າຍກວ່າທີ່ຈະເລົ່າວ່າ ເຮົາເຈິປະສົບການແບບໃດ ວິທີແກ້ບັນຫາໃນອະດີດແບບໃດ.
2.2 ການແບ່ງປັນຄືຄວາມຫ່ວງໃຍ
Stack Overflow ເປັນເວັບໄຊ້ສອັນດັບໜຶ່ງ ທີ່ລວບລວມວິທີແກ້ບັນຫາທີ່ພົບເຈິຂອງນັກພັດທະນາຊອບແວ. ນັ້ນມັນສະແດງໃຫ້ເຫັນວ່າ ນັກພັດທະນາ 2 ຄົນຂຶ້ນໄປກໍ່ພົບບັນຫາຄ້າຍໆຄືກັນ. ດັ່ງນັ້ນ, ຖ້າຫາກວ່າເຮົາຈົດບັນທຶກວິທີແກ້ໄຂບັນຫາໄວ້ ຖ້າແບ່ງປັນໄດ້ກໍ່ຄວນແບ່ງປັນອອກສູ່ສາທາລະນະໄປເລີຍ ຫຼື ໃນທາງທີດີທີ່ສຸດກໍ່ຂຽນເປັນ Blog ເຊິ່ງມັນຈະຊ່ວຍໃຫ້ຄົນທີ່ກຳລັງປະສົບບັນຫາ ສາມາດແກ້ບັນຫາໄດ້ ບໍ່ໜ້ອຍກໍ່ຫຼາຍ.
ເມື່ອເຮົາແບ່ງປັນຄວາມຮູ້ ແລະ ຂໍ້ມູນສູ່ສາທາລະນະ ເທົ່າກັບວ່າເຮົາເອງກໍ່ສ້າງສະພາບແວດລ້ອມໃນການແບ່ງປັນ ແລະ ການຮຽນຮູ້, ຍິ່ງເຮົາແບ່ງປັນຫຼາຍ ຍິ່ງຮຽນຮູ່້ຈາກຄຳຕິຊົມຈາກຜູ້ອ່ານ ແລະ ໃນທີ່ສຸດມັນກໍ່ຈະກະຕຸ້ນໃຫ້ເຮົາຊອກຮູ້ຮ່ຳຮຽນສິ່ງໃໝ່ໆຫຼາຍຂຶ້ນ ແລະ ກໍ່ເຮັດໃຫ້ເຮົາມີຄວາມຮູ້ທີ່ເພີ່ມຂຶ້ນນັ້ນເອງ.
2.3 ໂອກາດໃນການເຮັດວຽກແບບອິດສະຫຼະ (Freelancing)
ການຂຽນ ແລະ ສ້າງເນື້ອຫາຢ່າງຕໍ່ເນື່ອງ ມັນສາມາດສ້າງໂອກາດໄດ້ຫຼາກຫຼາຍ ໜຶ່ງໃນນັ້ນເປັນນັກຂຽນອິດສະຫຼະ, ນັກຂຽນອິດສະຫຼະໃນຕ່າງປະເທດສາມາດສ້າງລາຍໄດ້ 100 - 500 USD (ໂດລາສະຫະລັດ) ຕໍ່ໜຶ່ງບົດຄວາມເລີຍກໍ່ວ່າໄດ້. ຍິ່ງເຮົາສ້າງເນື້ອຫາ ແລະ ມີສ່ວນຮ່ວມກັບ Community ຫຼາຍພຽງໃດ ລູກຄ້າ ຫຼື ຜູ້ທີ່ສົນໃຈຈະສັງເກດເຫັນງານທີ່ດີເລີດຂອງເຮົາ ແລະ ຈະເຂົ້າຫາເຮົາ. ນອກນັ້ນ, ເຮົາຍັງສາມາດເອົາພວກຄວາມທີ່ເຮົາໄດ້ຂຽນ ເພື່ອຕໍ່ລອງກັບບໍລິສັດຕ່າງໆໄດ້.
2.4 ເປັນນັກຂຽນ Blog
ບາງບໍລິສັດ ກໍ່ຍັງໄດ້ມີການຈ້າງຫາພະນັກງານ ທີ່ຂຽນບົດຄວາມກ່ຽວກັບເຕັກນິກວິຊາການສະເພາະ. ເຊິ່ງອາດຈະໄດ້ ສ້າງເອກະສານນຳໃຊ້ເຄື່ອງມື, ຄຳແນະນຳ ແລະ ແຫຼ່ງສຶກສາການຮຽນເປັນຕົ້ນ. ຖ້າຫາກວ່າພວກທ່ານມັກໃນການຂຽນ ແລະ ໄດ້ສະໝັກເຮັດວຽກໃນຕຳແໜ່ງນີ້ ກໍ່ຖືວ່າໂຊກດີທີ່ທ່ານໄດ້ເຮັດວຽກທີ່ທ່ານມັກ.
2.5 ສ້າງເນື້ອຫາຄຸນນະພາບດີທີ່ຟີຣ, E-Books ແລະ ສ້າງປຶ້ມເປັນຂອງຕົນເອງ
ເມື່ອເຮົາເລີ່ມຂຽນສິ່ງໃດກໍ່ຕາມ ເຮົາສ້າງມາດສ້າງເປັນ Ebook ຂອງເຮົາໄດ້ ເຊິ່ງມັນຈະເຕັມໄປດ້ວຍຄວາມເປັນຕົວຂອງເຮົາເອງ. ເມື່ອມີຄົນສົນໃຈຫຼາຍ ເຮົາກໍ່ສາມາດເຮັດປຶ້ມເປັນຫົວອອກມາຂາຍໄດ້ເລີຍ.
2.6 ບໍລິການຂຽນ Blog
ການຂຽນບົດຄວາມ ກໍ່ຖືວ່າເປັນອີກໂຄສະນາທາງໜຶ່ງ. ຖ້າຫາກວ່າເຮົາຂຽນບົດຄວາມກ່ຽວກັບ ຜູ້ໃດ, ກິດຈະກຳໃດ, ອົງກອນໃດ… ເຮົາກໍ່ຄວນເກັບລາຍໄດ້ຈາກຜູ້ທີ່ມີສ່ວນໄດ້ສ່ວນເສຍກັບບົດຄວາມຂອງເຮົາຖ້າເປັນໄປໄດ້.
2.7 ໂອກາດທາງອ້ອມ
ເມື່ອເຮົາຂຽນບົດຄວາມຈົນເປັນຜູ້ທີ່ມີຊື່ສຽງໃນດ້ານນີ້ແລ້ວ ກໍ່ຈະສ້າງໂອກາດເພີ່ມເຕີມດັ່ງນີ້:
- ກາຍເປັນຜູ້ນຳຊຸມຊົນໃນການຂຽນບົດຄວາມ.
- ກາຍເປັນຜູ້ຂຽນດ້ານວິຊາການສະເພາະ.
- ກາຍເປັນນັກພັດທະນາຊອບແວ ທີ່ໜ້າເຊື່ອຖື.
- ກາຍເປັນນັກລີວິວບົດຄວາມ ທີ່ສາມາດສ້າງລາຍໄດ້.
- ອາດຈະໄດ້ຮັບ ການສະເໜີວຽກງານ ແບບ Full-time ແລະ Part-time ໄດ້.
ການທີ່ຈະມີຊື່ສຽງໃນດ້ານນີ້ແລ້ວ ຈົນກາຍເປັນຄົນທີ່ມີຄົນຮູ້ຈັກຫຼາຍ ແມ່ນມາຈາກການ ການທີ່ຜູ້ຄົນເລີ່ມຮູ້ຈັກບົດຄວາມຂອງ ແລະ ເຕັກນິກວິຊາການຂອງເຮົາ.
3. ເຮົາຈະເລີ່ມຂຽນ Blog ໄດ້ແນວໃດ?
ວິທີຂ້າງລຸ່ມນີ້ ຈະເປັນການແນະນຳຈາກຜູ້ຂຽນວ່າ ເຮົາຈະເລີ່ມຕົ້ນໄດ້ແບບໃດ:
3.1 ເລີ່ມຕົ້ນ
ກ່ອນອື່ນເລີຍເຮົາຕ້ອງລົງມືຂຽນ ມັນບໍ່ສຳຄັນວ່າຈະຂຽນກ່ຽວກັບຫົວຂໍ້ຫຍັງ ບໍ່ຕ້ອງລໍຖ້າຫຍັງ ໃຫ້ພວກເຮົາລົງມືຂຽນໄດ້ເລີຍ ເຊິ່ງເຮົາອາດຈະສາມາດເລີ່ມຕົ້ນໄດ້ໂດຍການຂຽນບົດຄວາມ ຈາກຫົວຂໍ້ທີ່ເຮົາສົນໃຈກໍ່ໄດ້.
ເມື່ອເຮົາຕັດສິນໃຈທີ່ຈະເລີ່ມແລ່້ວ, ກໍ່ຄວນຕັດສິນໃຈອີກວ່າ ເຮົາຈະຫາ Platform ໃດໃນການເຜີຍແຜ່ ອາດຈະເລືອກ Platform ທີ່ມີ ແລະ ຟຣີຢູ່ແລ້ວ ຫຼື ອາດຈະສ້າງມັນຂຶ້ນມາໃໝ່ເລີຍກໍ່ໄດ້ຖ້າຫາກຕ້ອງການ.
ຖ້າຫາກຕ້ອງການໃຊ້ຕົວທີ່ຟຣີ ເຮົາກໍ່ມີຕົວທີ່ແນະນຳດັ່ງລຸ່ມນີ້:
- Hashnode
- Dev.to
- Showwcase
- Hackernoon
- Devdojo
- Tealfeed
3.2 ແຮງກະຕຸ້ນ
ຄວາມຈິງແລ້ວ ການຂຽນບົດຄວາມຢ່າງສະໝ່ຳສະເໝີ ແລະ ມີຄຸນນະພາບບໍ່ແມ່ນເລື່ອງທີ່ງ່າຍ. ເຮົາຕ້ອງວາງແຜນ, ຄົ້ນຄວ້າ, ສຶກສາຮຽນຮຸູ້ ແລະ ມີເວລາ. ແນວໃດກໍ່ຕາມ ສິ່ງເຫຼົ່ານີ້ກໍ່ບໍ່ແມ່ນສິ່ງທີ່ທ້າທາຍ ຖ້າຫາກເຮົາວ່່າເຮົາກຳນົດ ແລະ ຮູ້ແຮງກະຕຸ້ນຂອງເຮົາແບບຊັດເຈນ.
ແຮງກະຕູ້ນເປັນສິ່ງໃດກໍ່ໄດ້ ທີ່ຊ່ວຍໃຫ້ເຮົາເລີ່ມເຮັດກິດຈະກຳໃດໜຶ່ງ ແລະ ເຮັດມັນໄປເລື້ອຍໆ. ອາດຈະຫາແຮງກະຕຸ້ນກ່ຽວກັບໜັງສື, ບົດຄວາມ ແລະ ຄິບວີດີໂອ ທີ່ສ້າງແຮງກຳລັງໃຈໃນການເຮັດສິ່ງໃດໜຶ່ງ. ຖ້າຫາກຕົວຢ່າງແຮງກະຕຸ້ນທີ່ກ່ຽວກັບການຂຽນບົດຄວາມກໍ່ຈະມີຕົວຢ່າງດັ່ງນີ້:
- ຢາກສ້າງລາຍໄດ້ຈາການຂຽນບົດຄວາມ.
- ນຳບົດຄວາມເຂົ້າປະກວດການແຂ່ງຂັນຂຽນບົດຄວາມເຕັກນິກວິຊາການ.
- ມີໃຈມັກຮັກໃນການຂຽນ.
- ມີໃຈມັນຮັກໃນການແບ່ງເປັນຄວາມຮູ້.
3.3 ຫາຈຸດທີ່ພໍດີ
ຫຼາຍຄົນມັກຍອມແພ້ໃນກັບຈຸດອາຊີບນີ້ (ນັກຂຽນ ຫຼື ຜູ້ທີ່ສ້າງເນື້ອຫາຕ່າງໆ) ຍ້ອນວ່າເຮົາຮູ້ສຶກນັກໃຈ ແລະ ຄິດວ່າເຮົາຕ້ອງຮຽນຮູ້ຫຼາຍໆສິ່ງຢ່າງເສຍກ່ອນທີ່ເຮົາຈະຂຽນບົດຄວາມ. ຄວາມຈິງກໍ່ຄື ເຮົາບໍ່ຈຳເປັນຕ້ອງຮູ້ຫຼາຍຂະໜາດນັ້ນກໍ່ໄດ້ ເຮົາກໍ່ສາມາດຂຽນສະເພາະເລື່ອງທີ່ເຮົາຮູ້ອອກມາກ່ອນກໍ່ໄດ້ ແລ້ວຄ່ອຍໆຮຽນຮູ້ສິ່ງໃໝ່ໆ ແລະ ຂຽນມັນອອກມາເລື້ອຍໆກໍ່ພໍ ຢ່າງສະໝ່ຳສະເໝີ.
ຫາຈຸດສະເພາະດ້ານຂອງຕົນ ແລະ ຂຽນມັນຂຶ້ນມາ ໂດຍທີ່ບໍ່ຕ້ອງກັງວົນວ່າ ເຮົາຕ້ອງມີບົດຄວາມເປັນ 100 - 1000 ຂຶ້ນໄປ. ເຮົາບໍ່ຄືໃຜ, ເຮົາມີ Style ເປັນຂອງຕົນເອງ ແລະ ເນື້ອຫາບົດຄວາມຂອງເຮົາກໍ່ຈະບໍ່ຄືໃຜອີກດ້ວຍ.
3.4 ກິດຈະກຳໃນຍາມວ່າງ ສູ່ ພຶດຕິກຳ
ໜຶ່ງສິ່ງທີ່ທ້າທ້າຍທີ່ສຸດໃນຊີວິດມະນຸດເຮົາກໍ່ຄືການປ່ຽນຈາກ ກິດຈະກຳໃດໜຶ່ງ ເປັນ ນິດໄສຂອງພວກເຮົາເລີຍ. ໂດຍສະເພາະສິ່ງດີໆ ແບບການຂຽນບົດຄວາມ.
ເມື່ອເຮົາເລີິ່ມຂຽນແລ້ວ ເຮົາຕ້ອງວາງແຜນສິ່ງຕ່າງໆ. ແຕ່ວ່າເຮົາບໍ່ຕ້ອງຕົກໃຈ ແລະ ກັງວົນໄປ ແຕ່ສິ່ງທີ່ສຳຄັນຄື ເຮົາຈະໄປຕໍ່ ຫຼື ພໍເທົ່ານີ້.
ແນວໃດກໍ່ຂໍເປັນກຳລັງໃຈໃຫ້ກັບຜູ້ທີ່ຈະເລີ່ມຂຽນບົດຄວາມ ຫຼື ວ່າ Blogging ໃຫ້ປະສົບຜົນສຳເລັດຢ່າງທີ່ຫວັງ.
ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ
Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213