ກັບຄືນ

ສາຂາວິສະວະກຳຊອບແວແມ່ນຫຍັງ ເປັນຫຍັງເຮົາຄວນເລືອກຮຽນ?
Bounmi Dola

Bounmi Dola

25 Apr, 2023

ສາຂາວິສະວະກຳຊອບແວແມ່ນຫຍັງ ເປັນຫຍັງເຮົາຄວນເລືອກຮຽນ?

ສາຂາວິຊະວະກຳຊັອບແວແມ່ນຫຍັງ?

ສາຂານີ້ເປັນສາຂາວິຊາທີ່ເນັ້ນຫຼັກການແນວທາງປະຕິບັດທີ່ກ່ຽວຂ້ອງກັບການພັດທະນາ ການອອກແບບ ການທົດລອງ ແລະການບຳລຸງຮັກສາ ແອັບ ເປັນໂປແກັມທີ່ເນັ້ນສ້າງລະບົບຊັອບແວຄຸນະພາບສູງໂດຍໃຊ້ເທັກນິກທາງວິຊະວະກຳ ແລະ ຕະນິດສາດຕ່າງໆ

ສາຍຮຽນສາຂານີ້ຄວບຄຸມຫຼາຍຫົວຂໍ້ລວມເຖີງການຂຽນໂປນແກັມຄັອມພິວເຕີ້ ການອອກແບບຊັອບແວອັນກໍລີທຶມໂຄງສ້າງຂໍ້ມູນການທົດລອງຊັອບແວ ວົງຈອນການພັດທະນາຊັອບແວ ການຈັດການໂຄງການຂອງຊັອບແວ ແລະການປະກັນຄຸນນະພາບຂອງຊັອບແວ ຫຼັກສູດໄດ້ຮັບການອອກແບບເພື່ອການສຶກສາທີ່ມີຄວາມຮູ້ແບບກວ້າງຂວາງກ່ຽວກັບແນວຄິດ ແລະ ແນວປະຕິບັດດ້ານວິຊະວະກຳຊັອບແວ ແລະ ພັດທະນາຝີມືທີ່ຈຳເປັນສຳຫລັບການປະກອບອາຊີບທາງດ້ານນີ້

ຜູ້ຮຽນຈົບສາຍນີ້ສາມາດຊອກວຽກເຮັດໃນອຸດສາຫະກຳຕ່າງໆ ລວມໄປເຖີງບໍລິສັດພັດທະນາຊັອບແວ ບໍ່ລິສັດ ສຕາສອັບ ດ້ານເທັກໂນໂລຊີ. ພວກເຮົາສາມາດເຮັດວຽກເປັນທີມຮ່ວມກັນເພື່ອພັດທະນາຊັອບແວ ຫຼື ເປັນຜູ້ ທົດລອງຊັອບແວໄດ້ອີກດ້ວຍ.

ເຫດຜົນທີ່ຕ້ອງເລືອກຮຽນ

  • ມີຄວາມຕ້ອງການສູງ: ເປັນທີ່ຕ້ອງການສູງໃນອຸດສາຫະກຳຕ່າງໆ ເຮັດໃຫ້ເປັນສາຍຮຽນທີ່ມີຄ່າແລະຕ້ອງການສູງໃນຫຼາຍບໍລິສັດ.
  • ເງິນເດືອນສູງ: ວຽກງານທາງດ້ານນີ້ມັກຈະໄດ້ຜົນຕອບແທນທີ່ດີ ບາງບໍລິສັດຍອມຈ່າຍຈຳນວນ6ຫຼັກເພື່ອດືງໂຕຄົນຮຽນສາຍນີ້ມາເຮັດວຽກນຳ.
  • ຄວາມຄິດສ້າງສັນ: ການຮຽນສາຍນີ້ຊ່ວຍໃຫ້ທ່ານສ້າງຜະລິດຕະພັນ ແລະ ໂລກທີ່ຢູ່ໃນດີຈີຕອນທີ່ສາມາດມາແກ້ໄຂໃນໂລກເປັນຈິງ ແລະ ຍັງສາມາດປັບປຸງເຂົ້າໃຊ້ໃນຊີວິດປະຈຳວັນໄດ້.
  • ການເຕີບໂຕໃນສາຍອາຊີບ: ເທັກໂນໂລຢີມີການພັດທະນາຢ່າງຕໍ່ເນື່ອງ ເຊີ່ງໝາຍຄວາມວ່າ ມີທັກສະ ແລະ ເທັກໂນໂລຢີໃໝ່ໆໃຫ້ຮຽນຮູ້ຢູ່ຕະຫຼອດເວລາ ເຊີ່ງເປັນໂອກາດດີສຳຫຼັບການເຕີບໂຕ ແລະ ຄວາມກ້າວໜ້າໃນສາຍອາຊີບ.

ຂໍ້ສັງເກດ ແລະ ຂໍ້ພິຈາລະນາ

  • ຄວາມອົດທົນສູງ: ການຮຽນໃນສາຍນີ້ບໍ່ພຽງແຕ່ຕ້ອງການຄວາມອົດທົນ ນອກນັ້ນຍັງຕ້ອງການເຖິງຄວາມມັກຮັກໃນການຮຽນສາຍນີ້ ເພາະເປັນສາຍການຮຽນທີ່ທ້າທາຍ ເນື່ອງຈາກຕ້ອງໃຊ້ຄວາມສາມາດສູງໃນການແກ້ໄຂບັນຫາ ແລະ ຄວາມເຕັມໃຈທີ່ຈະຮຽນຮູ້ຢ່າງຕໍ່ເນື່ອງ ແລະ ປັບໂຕໃຫ້ເຂົ້າກັບເທັກໂນໂລຢີໃໝ່ໆ.
  • ການປ່ຽນແປງຢ່າງຕໍ່ເນື່ອງ: ໃນສາຂາຮຽນນີ້ມີການພັດທະນາຢ່າງຕໍ່ເນື່ອງ ໝາຍຄວາມວ່າທ່ານຕ້ອງຕຽມຄວາມພ້ອມທີ່ຈະຮຽນຮູ້ເອົາທັກສະໃໝ່ໆ ເທັກໂນໂລຢີໃໝ່ໆ ເພື່ອມາພັດທະນາຕົນເອງ
  • ຄ່າໃຊ້ຈ່າຍ: ການຮຽນຮູ້ເທັກໂນໂລຊີຊັອບແວອາດຈະມີລາຄາແພງ ໂດຍສະເພາະຕົ້ນທຶນຂອງເຄື່ອງມືເທັກໂນໂລຊີຊັອບແວແລະຮາດແວອາດຈະສູງໄດ້ຄືກັນ
  • ໂອກາດໃນການເຮັດວຽກທີ່ຈຳກັດ: ການຮຽນສາຍນີ້ນອກຈາກມີຄວາມຕ້ອງການສູງ ແຕ່ຢ່າລືມໄປວ່າຍັງມີການແຂ່ງຂັນສູງເຊັ່ນດຽວກັນ ຂື້ນຢູ່ກັບຕຳແໜ່ງທີ່ທ່ານຈົບມາ

ໝາຍເຫດ: ບົດຄວາມນີ້ຖືກຂຽນຂຶ້ນມາເພື່ອແນະນຳແນວທາງສຳລັບໃຜທີ່ສົນໃຈຢາກຮຽນຕໍ່ ຫຼື ນ້ອງໆນັກຮຽນທີ່ຈົບໃໝ່ ໃນສາຂາວິສະວະກຳຊອບແວ, ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດ ແລະ ເປັນຕົວຊ່ວຍໃຫ້ທ່ານຕັດສິນໃຈໃນການເລືອກສາຂາຮຽນ. ຖ້າຫາກມີຈຸດຜິດພາດຈຸດໃດ ທ່ານຜູ້ອ່ານສາມາດສະແດງຄວາມຄິດເຫັນ ແລະ ຕິຊົມໄດ້ ຂໍຂອບໃຈ^_^

ສະແດງຄວາມຄິດເຫັນ

Bounmi Dola
Bounmi Dola

ຄວາມຍາກມັກແພ້ຄວາມພະຍາຍາມສະເໝີ -,-

ບົດຄວາມທີ່ກ່ຽວຂ້ອງ