ກັບຄືນ

ເບື້ອງຫຼັງຄວາມສຳເລັດຂອງ ໂປຣແກຣມເມີ້ລະດັບແຖວໜ້າ
Ketsadaphone

Ketsadaphone

03 May, 2023

ເບື້ອງຫຼັງຄວາມສຳເລັດຂອງ ໂປຣແກຣມເມີ້ລະດັບແຖວໜ້າ

ວິສະວະກອນຊອບແວ ເປັນອາຊີບທີ່ມີຄວາມຕ້ອງການສູງ ເຊິ່ງຕ້ອງອາໄສຄວາມຊ່ຽວຊານດ້ານເຕັກນິກ, ຄວາມຄິດສ້າງສັນ ແລະ ຄວາມສາມາດໃນການແກ້ໄຂບັນຫາ. ໃນບັນດາວິສະວະກອນຊອບແວ ມີພຽງບໍ່ຫຼາຍຄົນທີ່ໂດດເດັ່ນ ບຸກຄົນເຫຼົ່ານີ້ມີຄຸນສົມບັດທີ່ໂດດເດ່ນ ເຊິ່ງເຮັດໃຫ້ພວກເຂົາເປັນເລີດໃນສາຍອາຊີບ ແລະ ແຕກຕ່າງຈາກວິສະວະກອນຊອບແວຄົນອື່ນໆ. ສະນັ້ນ,​ ບົດຄວາມນີ້ ຈະເວົ້າເຖິງຄຸນສົມບັດ ແລະ ເບື້ອງຫຼັງຄວາມສຳເລັດຂອງພວກເຂົາ ທີ່ເຮັດໃຫ້ພວກເຂົາກາຍເປັນ ວິສະວະກອນຊອບແວໃນລະດັບແນວໜ້າ.

1. ຮູ້ຫຼາຍເທົ່າໃດກໍ່ຍິ່ງເປັນການດີ ໃນການຂຽນໂປຣແກຣມ 🧑🏻‍🎓

ວິສະວະກອນຊອບແວສ່ວນໃຫ່ຍ ມັກຈະບໍ່ລົງເລິກໃນທິດສະດີໃດໜຶ່ງ ຕົວຢ່າງເຊັ່ນ: ຖ້າຫາກວ່າເຮົາພັດທະນາເວັບແອັບ ພວກເຮົາກໍ່ອາດຈະບໍ່ໄດ້ລົງເລິກເຖິງການເຮັດວຽກພາຍໃນເວັບບຣາວເຊີ້ ຫຼື ສິ່ງຍ່ອຍໆອື່ນທີ່ກ່ຽວຂ້ອງ. ແຕ່ວ່າວິສະວະກອນຊອບແວລະດັບແນວໜ້າ ເຂົາຈະມີວິທີການທີ່ຕ່າງອອກໄປ ພວກເຂົາຈະຫາວິທີທີ່ຈະສຶກສາ ແລະ ເຂົ້າໃຈໃນຫົວຂໍ້ນັ້ນໆຢ່າງເລິກເຊິ່ງ ເພື່ອຍົກລະດັບຄວາມຮູ້ຂອງຕົນເອງໃຫ້ຫ່າງໄກຈາກຄຳວ່າ ໄດ້ແຕ່ພື້ນຖານ.

2. ຄວາມມັກ ແລະ ຫຼົງໄຫຼ ໃນການຮຽນຮູ້ 🖤

ຄຸນສົມບັດທີ່ສຳຄັນທີ່ສຸດຂອງ ວິສະວະກອນຊອບແວລະດັບແນວໜ້າ ກໍ່ຄືການຫຼົງໄຫຼໃນການຮຽນຮູ້ ພວກເຂົາກະຫາຍຄວາມຮູ້ຢູ່ສະເໝີ ແລະ ຕັ້ງໝັ້ນທີ່ຈະຕິດຕາມເຕັກໂນໂລຊີລ່າສຸດ ແລະ ທ່າອ່ຽງຕ່າງໆໃນອຸດສາຫະກຳຢູ່ສະເໝີ, ພວກເຂົາສະແຫວງຫາຄວາມທ້າທາຍໃໝ່ໆຢູ່ຕະຫຼອດເວລາ ແລະ ຊຸກຍູ້ຕົນເອງໃຫ້ຮຽນຮູ້ ແລະ ເຕີບໂຕ ໂດຍຕິດຕາມຊ່ອງທາງແຫຼ່ງຄວາມຮູ້ດ້ານເຕັກໂນໂລຊີ​, ການຂຽນໂປຣແກຣມ ແລະ ບົດຄວາມ. ໂດຍໃຊ້ເວລາເລັກນ້ອຍໃນແຕ່ລະວັນເພື່ອຮຽນຮູ້ສິ່ງໃໝ່ໆໃນໂລກເຕັກໂນໂລຊີ.

3. ການໃສ່ໃຈໃນລາຍລະອຽດເລັກນ້ອຍ 🤓

ຄຸນສົມບັດຕໍ່ມາກໍ່ຄື ການໃສ່ໃຈກັບລາຍລະອຽດເລັກນ້ອຍ ພວກເຂົາເຂົ້າໃຈດີວ່າ ເຖິງແມ່ນວ່າຈະເປັນຂໍ້ຜິດພາດນ້ອຍທີ່ສຸດ ກໍ່ສາມາດມີຜົນກະທົບທີ່ໃຫ່ຍຫຼວງໄດ້. ດັ່ງນັ້ນ, ພວກເຂົາຈິ່ງໃຊ້ຄວາມລະມັດລະວັງເປັນຢ່າງສູງ ເພື່ອໃຫ້ແນ່ໃຈວ່າ Code ຂອງພວກເຂົານັ້ນມີຄວາມຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ. ນອກຈາກການຂຽນ Code ແລ້ວ ພວກເຂົາຍັງໃສ່ໃຈກັບປະສົບການຂອງຜູ້ໃຊ້ງານ ທີ່ໃຊ້ງານຊອບແວຂອງພວກເຂົາ ພວກເຂົາຄິດສະເໝີວ່າ ຈະສ້າງປະສົບການທີ່ດີແກ່ຜູ້ໃຊ້ແນວໃດ.

4. ການແກ້ໄຂບັນຫາ 🧐

ການແກ້ໄຂບັນຫາ ເປັນຄຸນສົມບັດທີ່ຕ້ອງມີສຳລັບນັກວິສະວະກອນຊອບແວ, ເຊິ່ງວິສະວະກອນຊອບແວລະດັບແນວໜ້າ ພວກເຂົາຈະຈັດການກັບບັນຫາດ້ວບຄວາມຄິດແບບຕັກກະ ແລະ ວິເຄາະ, ແບ່ງບັນຫາທີ່ຊັບຊ້ອນອອກເປັນອົງປະກອບທີ່ນ້ອຍລົງ ແລະ ສາມາດຈັດການໄດ້ຫຼາຍຂຶ້ນ, ພວກເຂົາມີຄວາມອົດທົນ ແລະ ຂະຫຍັນໃນການເຮັດວຽກແບບບໍ່ອິດເມື່ອຍ ຈົນກວ່າຈະພົບທາງອອກ. ວິສະວະກອນຊອບແວລະດັບແນວໜ້າ ພວກເຂົາແກ້ໄຂບັນຫາ ແບບສ້າງສັນ ແລະ ຄິດແບບນອກກອບ ໂດຍທີ່ບໍ່ຢ້ານຄວາມສ່ຽງ ເພາະພວກເຂົາເຂົ້າໃຈວ່າ ສິ່ງຕ່າງໆຕ້ອງໄດ້ລົງມືເຮັດ ແລ້ວບໍ່ຕ້ອງຢ້ານ ຫຼື ທໍ້ຖອຍກັບຄວາມຫຼົ້ມເຫຼວ.

5. ການສື່ສານທີ່ດີ 📣

ການພັດທະນາຊອບແວ ຫຼື ໂຄງການ ຈຳເປັນຕ້ອງເຮັດຮ່ວມກັນເປັນທີມ ສະນັ້ນການສື່ສານຈິ່ງເປັນເລື່ອງທີ່ສຳຄັນ. ວິສະວະກອນຊອບແວລະດັບແນວໜ້າ ພວກເຂົາສາມາດອະທິບາຍບັນຫາ ແລະ ປະເດັນທີ່ຊັບຊ້ອນ ໃຫ້ກັບຄົນອື່ນໆໃຫ້ເຂົ້າໃຈໄດ້ງ່າຍ ໂດຍປາສະຈາກຄຳສັບວິຊາການໃຫ້ໜ້ອຍທີ່ສຸດ. ນອກນັ້ນ,​ ພວກເຂົາຍັງມັກຮັບຟັງ ແລະ ເປີດຮັບຄຳຕິຊົມ ເພື່ອທີ່ຈະສາມາດນຳມາປັບປຸງຕົນເອງ ແລະ ຖືວ່າບໍ່ເປັນການແກ້ໂຕ ເມື່ອຖືກຄຳວິຈານ.

6. ມີຄວາມຫຼົງໄຫຼໃນການປະດິດສ້າງສິ່ງຕ່າງໆ ❤️‍🔥

ສຸດທ້າຍກໍ່ຄື ຄວາມຫຼົງໄຫຼໃນການປະດິດສ້າງສິ່ງຕ່າງໆ ນັກວິສະວະກອນລະດັບແນວໜ້າ ພວກເຂົາຈະແນມເບິ່ງວ່າ ການພັດທະນາຊອບເປັນຫຼາຍກວ່າວຽກ ເປັນການສະແຫວງຫາຄວາມຄິດສ້າງສັນທີ່ພວກເຂົາທຸ້ມເທຢ່າງສຸດໃຈ, ພວກເຂົາພູມໃຈໃນວຽກຂອງພວກເຂົາ ແລະ ຕັ້ງໝັ້ນທີ່ຈະສ້າງຜະລິດຕະພັນທີ່ໃຊ້ງານໄດ້ຢ່າງດຽວ ແຕ່ຍັງຕ້ອງສວຍງາມ ແລະ ສະຫງ່າງາມ. ພວກເຂົາຍັງເຂົ້າໃຈບັນຫາທີ່ເກີດຂຶ້ນໃນຊີວິດຜູ້ຄົນ ແລະ ຍັງມີແຮງຈູງໃຈທີ່ວ່າ ຊອບແວທີ່ພວກເຂົາສ້າງຂຶ້ນມາຈະສາມາດແກ້ໄຂບັນຫາ ແລະ ເປັນປະໂຫຍດຕໍ່ຜູ້ຄົນ ຫຼື ສັງຄົມໄດ້.

ສະຫຼຸບ

ສະຫຼຸບແລ້ວ ວິສະວະກອນລະດັບແຖວໜ້າ ແມ່ນຄົນທີ່ມີຄຸນສົມບັດທີ່ສະເພາະຕົວ ແລະ ແຕກຕ່າງຈາກຜູ້ອື່ນ ທີ່ເຮັດໃຫ້ເຂົາກ້າວຂຶ້ນສູ່ແນວໜ້າໄດ້. ພວກເຂົາເປັນຄົນທີ່ຫຼົງໄຫຼໃນການຮຽນຮູ້, ໃສ່ໃຈລາຍລະອຽດ,​ການແກ້ໄຂບັນຫາ​, ການສື່ສານທີ່ດີ ແລະ ການສ້າງສັນສິ່ງປະດິດທີ່ດີ. ສິ່ງເຫຼົ່ານີ້ບໍ່ໄດ້ພຽງແຕ່ເຮັດໃຫ້ພວກເຂົາ ລັງສັນຜົນງານທີ່ໃຊ້ພຽງຢ່າງດຽວເທົ່ານັ້ນ ແຕ່ຍັງເປັນຜົນງານທີ່ມີປະໂຫຍດ ແລະ ຄຸນຄ່າທີ່ສູງອີກດ້ວຍ. ຫວັງວ່າຄຸນສົມບັດ ແລະ ເຄັດລັບທີ່ໄດ້ກ່າວມາຂ້າງເທິງ ຈະຊ່ວຍໃຫ້ຜູ້ອ່ານທຸກທ່ານ ກາຍເປັນ ວິສະວະກອນໃນລະດັບແຖວໜ້າໄດ້!

Credit: https://levelup.gitconnected.com/top-6-traits-of-rockstar-developers-f0fc19cde3ca

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ