ກັບຄືນ

ທຸກການເດີນທາງຂອງໄວໜຸ່ມລ້ວນຕ້ອງເຈັບປວດ
Kiml3ank

Kiml3ank

02 Jul, 2023

ທຸກການເດີນທາງຂອງໄວໜຸ່ມລ້ວນຕ້ອງເຈັບປວດ

ໄວໜຸ່ມ(ໄວລຸ້ນ)

ຊ່ວງໄວໜຸ່ມຖືໄດ້ວ່າເປັນຊ່ວງເວລາໜຶ່ງທີ່ສຳຄັນໃນຊີວິດຂອງຄົນໃດຄົນໜຶ່ງເລີຍ ຊ່ວງເວລານີ້້ພວກເຮົາຈະໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຢ່າງເຊັ່ນລົດຊາດຂອງຊີວິດ, ມຸມມອງຕ່າງໆທີ່ຕົນເອງໄດ້ປະເຊີນ, ຄວາມສຳພັນທີ່ຫຼາກຫຼາຍເກີນກວ່າທີ່ເຮົາເອງຈະຈິນຕະນາການເຖິງ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຮົາຕ້ອງໄດ້ພົບພໍ້ໄດ້ປະເຊີນ ແລະ ກ້າວຂ້າມຊ່ວງເວລາເຫຼົ່ານີ້ເຖິງວ່າມັນຈະຫຍຸ້ງຍາກຫຼາຍສ່ຳໃດແຕ່ຖ້າຫາກເຮົາກ້າວຂ້າມຜ່ານມັນມາໄດ້ເຊື່ອວ່າເຈົ້່າກໍຈະກາຍມາເປັນຜູ້ໃຫຍ່ທີ່ີດີໃນອະນາຄົດ.

ຈົ່ງຢ່າຢ້ານໃນສິ່ງໃໝ່ໆ

ໃນຊ່ວງເວລານີ້ນັ້ນຈົ່ງຢ່າຢ້ານທີ່ຈະເຮັດສິ່ງທີ່ຜິດພາດ ຈົ່ງຜິດພາດໃຫ້ຫຼາຍເພາະຍິ່ງຮຽນຮູ້ນໍຳສິ່ງທີ່ເຮົາເຮັດຜິດພາດຫຼາຍສໍ່ຳໃດເຮົາກໍຈະເກັ່ງຂຶ້ນສ່ຳນັ້ນ. ການມີສັງຄົມກໍເປັນເລື່ອງທີ່ສຳຄັນ ສະນັ້ນການເລືອກຄົບໝູ່ນັ້ນຄວນເບິ່ງແຕ່ທຳອິດຄວນເບິ່ງວ່າໝູ່ຄົນນັ້ນເປັນແບບໃດຄົນນີ້ເປັນແບບໃດຈົ່ງພະຍາຍາມຫາໝູ່ທີ່ເໝາະສົມໄປນຳເຮົາໄດ້ມີທັດສະນະຄະຕິທີ່ໃກ້ຄຽງກັບເຮົາຫລາຍທີ່ສຸດເພື່ອເຮົາຈະບໍ່ໄດ້ໂດດດ່ຽວແຕ່ຖ້າຫາກຫາບໍ່ໄດ້ແທ້ກໍລອງໄປພົບພໍ້ສັງຄົມໃໝ່ໆເບິ່ງ ແລ້ວມາເບິ່ງວ່າໂຕໃດດີ ແລະ ສາມາດເຮັກໃຫ້ເຮົາພັດທະນາຕົນເອງໄປໄດ້ຕື່ມຫຼືບໍ່, ແຕ່ຖ້າຫາກວ່າຫາບໍ່ເຫັນແທ້ໆກໍຈົງຮຽນຮູ້ທີ່ຈະຢືນຂຶ້ນດ້ວຍລຳແຂ່ງຂອງໂຕເອງແລ້ວໂຕເຈົ້າຈະເຂັ້ມແຂງຂຶ້ນຈົນກ້າວໄປຂ້າງໜ້າໂດຍບໍ່ຕ້ອງເພິ່ງພາຜູ້ໃດໂດຍສະເພາະ Gen Z ທີ່ກຳລັງຄົ້ນຫາໂຕເອງຕອນນີ້ີຮູ້ວ່າມັນຍາກແຕ່ເຊື່ອວ່າທຸກຄົນເຮັດໄດ້.

ຄວາມສຳພັນອັນຫຼາກຫຼາຍ

ເມື່ອພົບກັບສັງຄົມໃໝ່ໆແນ່ນອນວ່າຄວາມສໍຳພັນເປັນໜຶ່ງສິ່ງທີ່ແທບຈະຫຼີກບໍ່ໄດ້ເພາະມັນກໍເປັນສິ່ງໜຶ່ງທີ່ຈະຕ້ອງເກັບກ່ຽວປະສົບການ. ໃນປັດຈຸບັນໃນຍຸກຂອງ Gen Z ກໍໄດ້ມີການເກີດຄວາມສຳພັນທີ່ຫຼາກຫຼາຍຂຶ້ນມາ, ບາງຄວາມສຳພັນມັນກະເປັນໜຶ່ງໃນບົດຮຽນອັນລ້ຳຄ່າ, ບາງຄວາມສຳພັນກໍເປັນໜຶ່ງໃນບົດຮຽນທີ່ແສນຈະເຈັບປວດ ແລະ ເສຍນ້ຳຕາ, ບາງຄວາມສຳພັນມັນກໍງຸນງົນສັບສົນ ແລະ ເກີດຂຶ້ນແລະດັບລົງແບບບັ້ງພຸ, ແລະ ບາງຄວາມສຳພັນມັນກໍອາດເກີດພຽງແຕ່ໜຶ່ງຄືນ. ພໍຮູ້ແບບນີ້ບາງຄົນກໍຢ້ານທີ່ຈະມີຄວາມສຳພັນ ແລະ ປິດໃຈໃຫ້ກັບມັນ, ແຕ່ວ່າເຊື່ອຂ້ອຍໃນຊີວິດນີ້ຖ້າຍັງມີແຮງ, ເງິນ ແລະ ລົມຫາຍໃຈຢູ່ຈົ່ງໃຊ້ໃຫ້ມັນສຸດແຕ່ບໍ່ໄດ້ໝາຍຄວາມວ່າໃຫ້ລອງໝົດທຸກຢ່າງບາງຢ່າງທີ່ເຮົາເຫັນວ່າມັນດີກັບເຮົາເຮົາກໍລອງເບິ່ງຖ້າມັນບໍ່ແມ່ນກໍແຄ່ພໍ.

ສະນັ້ນແລ້ວຢ່າເກັບໂຕຍ້ອນຄວາມຢ້ານຂອງໂຕເອງຈົນຢ່າລືມໃຊ້ຊີວິດເດີໄວລຸ້ນທັງຫລາຍ!!

ຂອບໃຈທີ່ສະຫຼະເວລາອ່ານ

ສະແດງຄວາມຄິດເຫັນ

Kiml3ank
Kiml3ank

Printf ( "thank q")

ບົດຄວາມທີ່ກ່ຽວຂ້ອງ