ກັບຄືນ

ໂປຣແກຣມເມີ້ ບໍ່ຈຳເປັນຈຳຕ້ອງຮູ້ທຸກຢ່າງສະເໝີໄປ
Ketsadaphone

Ketsadaphone

07 Jan, 2023

ໂປຣແກຣມເມີ້ ບໍ່ຈຳເປັນຈຳຕ້ອງຮູ້ທຸກຢ່າງສະເໝີໄປ

ຄວາມຈິງກ່ຽວກັບ Open Source

ອຸດສະຫະກຳເຕັກໂນໂລຊີເຕີບໂຕຈາກຄວາມບໍ່ໝັ້ນຄົງຂອງ ຂອງນັກພັດທະນາຊອບແວ. ຍິ່ງມີນັກພັດທະນາຊອບແວທີ່ມີຄວາມຮູ້ໜ້ອຍເທົ່າໃດ ກໍ່ເປັນການງ່າຍທີ່ຈະຂາຍເຕັກໂນໂລຊີໃໝ່ໆໃຫ້ພວກເຂົາ.

ບໍລິສັດຊັ້ນນຳແບບ Facebook ແລະ Google ຈະເລີນເຕີບໃຫ່ຍໃນເສດຖະກິດທີ່ບໍ່ໝັ້ນຄົງ ເນື່ອງຈາກຍັງຄົງຮັກສາສະຖານະຕົນເອງໃຫ້ຢູ່ໃນຈຸດສູງສຸດ ໃນຖານະບໍລິສັດພັດທະນາດ້ານຊອບແວ. ບໍລິສັດເຫຼົ່ານີ້ນຳສະເໜີໂຄງການ Open Source ທີ່ມີຄວາມເອື້ອເຟື້ອເພື່ອແຜ່ ແລະ ເປັນການກຸສົນ ເພື່ອໃຫ້ນັກພັດທະນາຊອບແວທົ່ວໂລກໄດ້ໃຊ້ເຄື່ອງມືຕ່າງໆທີ່ພວກເຂົາປ່ອຍອອກມາ ແຕ່ວ່າຄວາມເປັນຈິງແລ້ວ ພວກເຂົາກຳລັງຊ່ວຍເຫຼືອຕົນເອງ.

ພວກເຂົາພຽງຕ້ອງການໃຫ້ພວກເຮົາທຸກຄົນນຳໃຊ້ Framework ຫຼື Library ຂອງພວກເຂົາ ແລະ ບໍ່ຕ້ອງການໃຫ້ໃຊ້ຂອງບໍລິສັດອື່ນຂອງຄູ່ແຂ່ງ. ແລ້ວຜູ້ໃຊ້ແບບພວກເຮົາກໍ່ຕ້ອງເລືອກເຄື່ອງມືໃດໜຶ່ງ ທີ່ຫາກໃຊ້ແລ້ວກໍ່ຕ້ອງມີການອຳນວຍຄວາມສະດວກ ແລະ ເຂົ້າກັນໄດ້ກັບສິ່ງອື່ນໆໄດ້ງ່າຍ (ecosystem). ພວກເຂົາບໍ່ໄດ້ສົນໃຈດ້ວຍຊ້ຳວ່າເຄື່ອງມືພວກເຂົາຈະຊ່ວຍພວກເຮົາໄດ້ຊ້ຳໃດ ສິ່ງທີ່ພວກເຂົາສົນກໍ່ຄື ພວກເຂົາເປັນຜູ້ຖືເຄື່ອງມື ທີ່ມີຄົນໃຊ້ຫຼາຍທີ່ສຸດໃນໂລກ.

Untitled.png

3 Framework/Library ທີ່ຢູ່ຂ້າງເທິງນັ້ນ ເປັນ Front End Framework/Library ທີ່ນິຍົມໃຊ້ສຸດໃນປັດຈຸບັນ. ແລະຄອງແຊັ້ມມາຕະຫຼອດກໍ່ຄື React ຂອງ Facebook.

ເຮົາທີ່ເປັນນັກພັດທະນາ

ກັບມາເບິ່ງທີ່ຕົວເຮົາເອງ ທີ່ຕ້ອງປ່ຽນ Framework ຫຼື Library ໃໝ່ທຸກໆປີສອງປີ ແລ້ວຖ້າຫາກເຮົາປ່ຽນແລ້ວ ມັນມີຜົນຕອບຮັບສູງ, ຄຸ້ມພໍບໍ່ ໃນສາຍທາງອາຊີບເຮົາ.

ການພັດທະນາຊອບແວເປັນເກມແຫ່ງການຜະລິດ ຍິ່ງເຮົາສາມາດຈັດສົ່ງຜະລິດຕະພັນໄປໃຫ້ການຜະລິດໄດ້ຫຼາຍເທົ່າໃດ ກໍ່ຍິ່ງດີເທົ່ານັ້ນ ທຸກສິ່ງທີ່ຂັບເຂື່ອນເສດຖະກິດເຕັກໂນໂລຊີ ຕ້ອງພື່ງພາອາໄສ ການເປີດຕົວຊອບແວທີ່ມີຄຸນນະພາບສູງ ທີ່ຕອບໂຈດຄວາມຕ້ອງການຂອງຜູ້ໃຊ້ໄດ້ໄວທີ່ສຸດ. ຫາກວ່າເຮົາບໍ່ເກັ່ງເກມດ່້ານນີ້ ເຮົາກໍ່ຈະຫຼົ້ມເຫຼວ. ຖ້າໃຫ້ທຽບແລ້ວ ນັກພັດທະນາຊອບແວ ກໍ່ເປັນໂຮງງານຜະລິດດີໆນີ້ເອງ ຖ້າຫາກວ່າຢຸດການຮຽນຮູ້ ກໍ່ໝາຍເຖິງຢຸດການຜະລິດ.

ຖ້າຫາກເວົ້ານັກພັດທະນາຊອບແວທົ່ວໂລກໃນປັດຈຸບັນ ຫຼາຍໆຄົນກໍ່ຈະມີຄວາມຄິດວິຕົກກັງວົນສູງ ແລະ ບາງຄົນກໍ່ເປັນໂລກຊືມເສົ້າ. ພວກເຂົາຮູ້ສຶກສັບສົນ ແລະ ຫຼົງທາງກ່ຽວກັບສິ່ງທີ່ຕ້ອງຮຽນຮູ້ ຖ້າຮຽນແລ້ວຈະຕ້ອງຮຽນໃນລະດັບໃດ. ນອກນັ້ນ, ກໍ່ຈະມີຄຳເວົ້າທີ່ແທງໃຈດຳພວກເຂົາວ່າ: “ເຈົ້າບໍ່ດີພໍທີ່ຈະເປັນນັກພັດທະນາຕົວຈິງ” ທີ່ອາດມາຈາກໝູ່ຮ່ວມງານ, ການປະຊູມ ແລະ ເຮັດໃຫ້ພວກເຂົາຮູ້ສຶກບໍ່ດີພໍ.

ອຸດສາຫະກຳນີ້ເຮັດໃຫ້ນັກພັດທະນາຊອບແວສ່ວນຫຼາຍມີຄວາມຢ້ານ ແລະ ວິຕົກກັງວົງວ່າ ພວກເຂົາຢ້ານເສຍໂອກາດທີ່ຈະບໍ່ໄດ້ຮຽນສີ່ງໃໝ່ໆ ແລະ ຖ້າຫາກບໍ່ໄດ້ເຮັດມັນ ກໍ່ຈະເປັນຄົນໄຮ້ຄ່າ ແລະ ເປັນຄົນທີ່ບໍ່ມີຄວາມຮູ້ພຽງພໍເລີຍ.

PHP ແລະ jQuery

ຖ້າຍ້ອນກັບໄປໃນປີ 2010 ເປັນຕົ້ນມາ ຫຼາຍໆບໍລິສັດທີ່ພັດທະນາເວັບໄຊ້ສສ່ວນໃຫ່ຍຈະໃຊ້ ພາສາ PHP ແລະ jQuery Library ໃນການຈັດການລະບົບເບື້ອງຫຼັງຂອງເວັບໄຊ້ສ.

ແຕ່ຖ້າຫາກກັບມາປັດຈຸບັນໃນປີ 2022 ຫຼາຍໆບໍລິສັດກໍ່ຈະເວົ້າວ່າ PHP ແລະ jQuery ນັ້ນໄດ້ຕາຍໄປແລ້ວ. ຖ້າຫາກພວກເຮົາຍັງນຳໃຊ້ສິງເຫຼົ່ານີ້ຢູ່ ພວກເຮົາຈະບໍ່ສາມາດຫາວຽກໄດ້ເລີຍ. ເວັ້ນເສຍແຕ່ພວກເຮົາໄປສຶກສາການນຳໃຊ້ Front End Framework ຕົວໃໝ່ແບບ React ແລະ Angular ເຮົາກໍ່ຈະສາມາດຫາວຽກໄດ້ແນ່ນອນ.

ມີຄຳເວົ້າໜຶ່ງທີ່ວ່າ “ຖ້າຫາກບໍ່ຮຽນຮູ້ເຕັກໂນໂລຊີໃໝ່ໆ ກໍ່ຈະບໍ່ສາມາດຫາວຽກໄດ້”. ແຕ່ວ່າໃນຄວາມເປັນຈິງແລ້ວຄຳເວົ້ານີ້ກໍ່ບໍ່ຖືກໄປໝົດ ເພາະວ່າໃນຕົວຢ່າງຂອງ PHP ແລະ jQuery ນີ້ເຖິງຈະເປັນສິ່ງທີ່ເກົ່າໄປແລ້ວ ແຕ່ວ່າກໍ່ຍັງມີບາງວຽກ ຫຼື ບາງບໍລິສັດທີ່ຕ້ອງການ ໂດຍສະເພາະໃນປະເທດລາວເຮົາ ກໍ່ຍັງມີນັກພັດທະນາຫຼາຍຄົນທີ່ຜະລິດຊອບແວອອກມາ ໂດຍໃຊ້ເຄື່ອງມືນີ້ຢູ່ ແລະ ພວກເຂົາກໍ່ຍັງຫາລາຍໄດ້ນຳສິ່ງເຫຼົ່ານີ້ໄດ້ອີກ. ເພາະສິ່ງທີ່ສຳຄັນທີ່ສຸດຄື ຜະລິດຕະພັນທີ່ເຮົາສ້າງອອກມາ ຕອບໂຈດຜູ້ໃຊ້ຫຼືບໍ່.

ສິ່ງທີ່ເຮົາຄວນເຮັດ

ຂອງໃໝ່ ແລະ ເຕັກໂນໂລຊີໃໝ່ໆກໍ່ບໍ່ໄດ້ດີສະເໝີໄປ. ການທີ່ເຮົາເອົາແຕ່ທຸ້ມເວລາໄປຮຽນສິ່ງໃໝ່ໆ ທັງທີ່ເຮົາກໍ່ມີຄວາມຮູ້ທີ່ດີເລື່ອງເຄື່ອງມືທີ່ໃຊ້ໄດ້ໃນປັດຈຸບັນຢູ່ແລ້ວ ມັນຈະເປັນການຫຼຸດໂອກາດ ແລະ ເສຍເວລາຖິ້ມໄປ ໃນການທີ່ຈະສ້າງສັນສິ່ງໃໝ່ໆທີ່ມາຈາກສິ່ງທີ່ຄວາມຮູ້ ຫຼື ເຄື່ອງມືທີ່ເຮົາມີນະຕອນນີ້.

ສິ່ງທີ່ເຮົາຄວນເຮັດກໍ່ຄື ເຮົາຄວນຮຽນຮູ້ທັກສະກ່ຽວກັບການຮຽນຮູ້ສິ່ງໃໝ່ໆໄດ້ໄວຂຶ້ນ. ເພາະວ່າທັກສະກ່ຽວກັບການຮຽນຮູ້ນັ້ນເປັນສິ່ງສຳຄັນຫຼາຍສຳລັບນັກພັດທະນາຊອບແວ.

ເຈົ້າຢາກເປັນນັກພັດທະນາຊອບແວທີີ່ນຳໃຊ້ເຄື່ອງໃໝ່ໆ ແຕ່ວ່າມີຄວາມຮູ້ພຽງນ້ອຍດຽວ ຫຼື ຢາກເປັນນັກພັດທະນາຊອບແວທີ່ຮູ້ວ່າຄວນໃຊ້ເຄື່ອງມືຕົວໃດທີ່ຕອບໂຈດກັບຄວາມຕ້ອງການໃນປັດຈຸບັນ.

ນັກພັດທະນາຊອບແວທີ່ດີ ຈະຕ້ອງບໍ່ມີເຄື່ອງມືທີ່ມັກ. ແຕ່ສິ່ງທີ່ພວກເຂົາຕ້ອງເຮັດຄື ເຂົ້າໃຈບັນແບບຖີ່ຖ້ວນວ່າ ຄວນໃຊ້ເຄື່ອງມືຕົວໃດ ກັບ ໂປເຈັກແບບໃດ. ຖ້າຫາກວ່າ React ດີທີ່ສຸດ ກໍ່ຮຽນຮູ້ແລະນຳໃຊ້ React ແລະ ຖ້າຫາກວ່າ PHP ດີທີ່ສຸດກໍ່ຮຽນຮູ້ ແລະ ນຳໃຊ້ PHP.

ນັກພັດທະນາຊອບແວຕ້ອງເປີດກວ້າງສຳລັບທຸກສິ່ງໃໝ່ໆຢ່າງສະເໝີ ແຕ່ຕ້ອງຮຽນຮູ້ສິ່ງທີ່ພວກເຂົາຕ້ອງການໃຊ້ ຕາມບັນຫາທີ່ມີຢູ່ໃນປັດຈຸບັນເທົ່ານັ້ນ ບໍ່ແມ່ນອະນາຄົດ. ຖ້າຫາກເຮົາໄລ່ຕາມຮຽນສິ່ງໃໝ່ໄປເລື້ອຍໆ ເຮົາຈະເສຍໂອກາດ, ເສຍເວລາ ແລະ ເສຍສຸຂະພາບຈິດໄປຖິ້ມລ້າໆ.

ບົດຄວາມນີ້ຖືກແປ ແລະ ເພີ່ມເນື້ອຫາເຂົ້າໄປຕາມມຸມມອງຜູ້ຂຽນ ຖ້າຫາກວ່າຖືກຜິດຈຸດໃດ ຜູ້ອ່ານສາມາດຕິຊົມໄດ້, ຂໍຂອບໃຈ

Credit: https://levelup.gitconnected.com/6-tips-to-learn-programming-faster-fa76e21b4213

ສະແດງຄວາມຄິດເຫັນ

Ketsadaphone
Ketsadaphone

ຄຸນສົມບັດ,​ ທັດສະນະຄະຕິ,​ ພຶດຕິກຳ ແລະ ນິດໄສ ເປັນຮາກຖານຂອງການປະສົບຜົນສຳເລັດໃນທຸກສາຍອາຊີບ

ບົດຄວາມທີ່ກ່ຽວຂ້ອງ