ກັບຄືນ

ຂໍ້ດີ ແລະ ຂໍ້ເສຍຂອງການຮຽນຕ່າງປະເທດ (ນັກສຶກສາ IT)
Bounmi Dola

Bounmi Dola

21 Apr, 2023

ຂໍ້ດີ ແລະ ຂໍ້ເສຍຂອງການຮຽນຕ່າງປະເທດ (ນັກສຶກສາ IT)

ສະບາຍດີທຸກຄົນ,​ ຂ້ອຍເອງມີຊື່ວ່າ ໂດລາ ເປັນນັກສຶກສາທີ່ສຶກສາຢູ່ທີ່ Đại học Sư Phạm kỹ thuật TP HCM ສ້າງຄູເຕັກນີກ ນະຄອນໂຮ່ຈິມິນ ປະເທດຫວຽດນາມ.

ຂ້ອຍຈະມາແບ່ງປັນປະສົບການໃນການຮຽນຢຸ່ທີ່ຕ່າງປະເທດ ມີຂໍ້ດີ ແລະ ຂໍ້ເສຍດັ່ງນີ້:

1 ຂໍ້ດີ

  • ປະສົບການຮຽນຮູ້ທີ່ລາກຫລາຍ: ການສຶກສາຢູ່ຕ່າງປະເທດ ເປັນໂອກາດທີ່ດີທີ່ຈະໄດ້ຮຽນຮູ້ສີ່ງໃໝ່ໆ, ມຸມມອງໃໝ່ໆ, ມີຄວາມຄິດສ້າງສັນຫລາຍຂື້ນ. ນອກນັ້ນ, ຍັງຮຽນຮູ້ເຖິງນະວັດຕະກຳໃໝ່ໆ, ລະບົບຊື່ການສອນແບບມັນສະໄໝ ແຕ່ທີ່ໄດ້ຫລາຍທີ່ສຸດກະຄື ປະສົບການຊີວິດ ແລະ ຄົນໃນສັງຄົມ ຍ້ອນແນວນີ້ຈື່ງເຮັດໃຫ້ພວກເຮົາເພີ່ມປະສິດທິພາບໃນການຮຽນຮູ້.
  • ພາສາ: ນອກຈາກພາສາຂອງໂປຮແກັມແລ້ວ ການຮຽນຕ່າງປະເທດຍັງເປັນໂອກາດທີ່ດີໃນການເຝິກໃຊ້ພາສາໃໝ່ໆ ແລະ ພັດທະນາທັກສະການສື່ສານກັບຜູ້ຄົນທີ່ໃຊ້ພາສາຕ່າງກັນ.
  • ເສີມສ້າງຄຸນສົມບັດ: ການທີ່ມາຮຽນຕ່າງປະເທດແນ່ນອນຕ້ອງໄດ້ມີການແລກປ່ຽນວັດທະນະທຳ ຮຽນຮູ້ວັດທະນະທຳເຊີ່ງກັນແລະກັນ ໂດະສະເພາະ ຖ້ານັກຮຽນຫລືນັກສຶກສາໄດ້ເຮັດວຽກ ຫຼື ໄດ້ຮ່ວມງານຕ່າງໆຈະເຮັດໃຫ້ມີປະສົບການໃນການເຮັດວຽກ ແລະຮູ້ຈັກເຮັດວຽກກັບຄໄນຈາກນະວັດຕະກຳທີ່ແຕກຕ່າງກັນ.
  • ໂອກາດໃນການຫາວຽກເຮັດງານທຳ: ການຮຽນຢູ່ຕ່າງປະເທດຍັງຊ່ວຍເປີດໂອກາດໃນການເຮັດວຽກໃນຕ່າງປະເທດເມື່ອເຂົ້າສູ່ຕະຫລາດແຮງງານ.

2 ຂໍ້ເສຍ

  • ຄ່າໃຊ້ຈ່າຍ: ການສຶກສາໃນຕ່າງປະເທດແນ່ນອນຄ່າໃຊ້ຈ່າຍຕ້ອງສູງກ່ອນພາຍໃນ ໂດຍສະເພາະຮຽນໃນປະເທດທີ່ມີສະກຸນເງິນສູງ.
  • ການປັບໂຕກັບສະພາບແວດລ້ອມໃໝ່: ການຮຽນຕ່າງປະເທດອາດຈະເຮັດໃຫ້ນັກຮຽນຕ້ອງປັບໂຕເພື່ອໃຫ້ເຂົ້າກັບສະພາບແວດລ້ອມ ຫຼື ວັດທະນະທຳທີ່ແຕກຕ່າງກັນ ອາດຈະເກີດອາການຄຽດເມື່ອຕ້ອງຮຽນຮູ້ກັບສະພາບທີ່ບໍ່ຄຸ້ນເຄີຍ.
  • ຄວາມສ່ຽງໃນເລື່ອງຄວາມປອດໄພ: ການຮຽນຕ່າງປະເທດອາດພົບກັບຄວາມສ່ຽງໃນເລື່ອງຄວາມປອດໄພເຊັ່ນ ການຢູ່ໃນສະຖານທີ່ທີ່ບໍ່ຄຸ້ນເຄີຍ ການຢູ່ໃນສະພາບແວດລ້ອມ ທີ່ເປັນອັນຕະລາຍ ຫຼື ອາດຈະພົບກັບການກະທຳທີ່ບໍ່ເໝາະສົມຈາກຜູ້ອື່ນໃນສັງຄົມໄດ້.

ນີ້ເປັນສ່ວນໜຶ່ງຂອງຂໍ້ດີ ແລະ ຂໍ້ເສຍສຳລັບການຮຽນຢູ່ຕ່າງປະເທດ ທີ່ຂ້ອຍໄດ້ພົບມາ ຫວັງວ່າບົດຄວາມດັ່ງກ່າວຈະເປັນປະໂຫຍດຕໍ່ຜູ້ອ່ານ ບໍ່ໜ້ອຍກໍ່ຫຼາຍ ແລະ ທຸກທ່ານສາມາດຕິຊົມໄດ້. ສຸດທ້າຍຂໍຂອບໃຈເປັນຢ່າງສູງທີ່ອ່ານຈົນຈົບ.

ສະແດງຄວາມຄິດເຫັນ

Bounmi Dola
Bounmi Dola

ຄວາມຍາກມັກແພ້ຄວາມພະຍາຍາມສະເໝີ -,-

ບົດຄວາມທີ່ກ່ຽວຂ້ອງ