Sathouphanh.big
ການວາງແຜນພັດທະນາໃນສາຍອາຊີບ
1. ການເລີ່ມຕົ້ນວາງແຜນໃຫ້ກັບຕົນເອງ
1.1 ກຳນົດເປົ້າໝາຍຂອງຊີວິດ
ເພາະການປະກອບອາຊີບແມ່ນເປັນສ່ວນໜຶ່ງຂອງຊີວິດເຮັດໃຫ້ເຮົາຕ້ອງຮູ້ກ່ອນວ່າເປົ້າໝາຍໃນຊີວິດຂອງເຮົາຄືຫຍັງ? ເຮົາຢາກເຮັດວຽກກ່ຽວກັບຫຍັງ? ຍ້ອນຫຍັງຈຶ່ງຢາກຈະປະກອບໃນສາຍອາຊີບນີ້?
1.2. ການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າໃນຊີວິດ
ທຸກມື້ນີ້ໂລກເຂົ້າສູ່ການປ່ຽນແປງຢ່າງວ່ອງໄວໃນແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດຂອງມະນຸດ. ໃນການເຮັດວຽກກໍເຊັ່ນດຽວກັນຖ້າຫາກວ່າເຮົາບໍ່ມີການພັດທະນາຕົນເອງເລີຍ ວຽກທີ່ໝັ່ນຄົງກໍອາດຈະກາຍເປັນວຽກທີ່ບໍ່ໝັ່ນຄົງກໍໄດ້ໃນອະນາຄົດ. ດັ່ງນັ້ນ, ເຮົາຄວນມີການພັດທະນາຄວາມກ້າວໜ້າຂອງຕົນເອງຢູ່ສະໝ່ຳສະເໝີ.
ນອກຈາກທີ່ເຮົາໄດ້ປະສົບການໃໝ່ໆຈາກການຮຽນຮູ້ແລ້ວມັນຍັງສາມາດເຮັດໃຫ້ເຮົາຕໍ່ຍອດໄດ້ໃນອະນາຄົດ ໃນການກ້າວໜ້າທາງດ້ານວຽກງານ. ສິ່ງເຫຼົ່ານີ້, ນອກຈາກຈະສົ່ງຜົນດີຕໍ່ເຮົາເອງແລ້ວຍັງສາມາດສົ່ງຜົນດີໃຫ້ກັບອົງກອນອີກດ້ວຍ ເພາະເຮົາເຮັດວຽກໄດ້ເກັ່ງຂຶ້ນມີປະສິດທິພາບສູງຂຶ້ນ ລ້ວນແລ້ວແຕ່ສົ່ງຜົນງານທີ່ອອກມາດີຢູ່ສະເໝີ.
2. ການວາງແຜນພັດທະນາໃນສາຍອາຊີບ
ນອກຈາກຊອກຫາຄວາມຮູ້ເພື່ອພັດທະນາຕົນເອງແລ້ວ, ສິ່ງທີ່ສຳຄັນແມ່ນເລື່ອງການວາງແຜນພັດທະນາໃນສາຍອາຊີບ ຫຼື Career Development ສິ່ງທຳອິດທີ່ເຮົາຄວນເຮັດຄືການປະເມີນຕົນເອງວ່າເຮົາຕ້ອງເສີມສ້າງທັກສະໃດແດ່ໃຫ້ກັບຕົນເອງ ແລະ ມີວິທີການແນວໃດເຊັ່ນ: ການເຮັດວຽກເປັນໝູ່ຄະນະ ແລະ ຄວາມຮູ້ດ້ານວຽກງານທີ່ເຈົ້າກໍາລັງເຮັດຢູ່ເປັນຕົ້ນ.
ນອກນີ້, ເຮົາກໍຄວນເບິ່ງໃນເລື່ອງຂອງ Succession Planning ຫຼື ແຜນການສືບທອດໃນຕຳແໜ່ງງານ; ເນື່ອງຈາກໃນທຸກອົງກອນຈະຕ້ອງມີການສັບປ່ຽນໝູນວຽນໃນຕຳແໜ່ງງານຢູ່ສະເໝີເຊັ່ນວ່າ: ການເລື່ອນຂັ້ນ, ເລື່ອນຕຳແໜ່ງ, ການສັບຊ້ອນພະນັກງານ ແລະ ການທົດແທນພະນັກງານທີ່ພັກການຮັບອຸດໜູນບຳນານເປັນຕົ້ນ. ດັ່ງນັ້ນ, ເຮົາຄວນຕັ້ງໃຈເຝິກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ກຳແໜ້ນໄດ້ໃນວຽກງານ ບໍ່ວ່າຈະເປັນຄວາມຮູ້, ຄວາມສາມາດ, ການວາງຕົວ, ການມີຄວາມຮັບຜິດຊອບສູງເພື່ອໃຫ້ຕົນສາມາດເຂົ້າຢູ່ໃນເປົ້າໝາຍເພື່ອເປັນຕົວເລືອກຂອງບັນດາຜູ້ໃຫຍ່ຂັ້ນເທິງໃຫ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ເພື່ອໃຫ້ໄດ້ກາຍເປັນພະນັກງານສືບທອດໃນຕຳແໜ່ງວຽກງານທີ່ສຳຄັນໃນອະນາຄົດ.
3. ທັດສະນະສ່ວນຕົວຂອງຂ້າພະເຈົ້າຕໍ່ບົດຄວາມ
ການພັດທະນາຄວາມກ້າວໜ້າໃນອາຊີບຖືວ່າເປັນສິ່ງທີ່ສຳຄັນຕໍ່ຊີວິດຂອງການເຮັດວຽກງານ, ທີ່ຈະເຮັດໃຫ້ເຮົາສາມາດເຕີບໃຫຍ່ຂະຫຍາຍໂຕໄດ້ຕາມແນວທາງຂອງຕົນເອງໃນໄລຍະຍາວ; ໂດຍການເລີ່ມຈາກລອງສຶກສາຫາສິ່ງສຳຄັນຕໍ່ວຽກງານທີ່ຈະເຮັດກ່ອນວ່າອົງກອນທີ່ເຮົາຕ້ອງການເຮັດວຽກຢູ່ນີ້ ແມ່ນເຮັດວຽກກ່ຽວກັບຫຍັງ, ຈາກນັ້ນຫາທັກສະເສີມ ເພື່ອຊ່ວຍເຮັດໃຫ້ການເຮັດວຽກຂອງເຮົາມີປະສິດທິພາບດີຍິ່ງໆຂຶ້ນ. ນອກຈາກນີ້, ເຮົາຄວນມີການວາງແຜນພັດທະນາຕົນເອງໃຫ້ຊັດເຈນ, ພ້ອມທັງປະເມີນຕົນເອງຢູ່ສະເໝີ, ຖ້າຫາກວ່າເຮົາປະຕິບັດໄດ້ທັງໝົດຕາມທີ່ໄດ້ກ່າວມາແຕ່ຕົ້ນນັ້ນ ຂ້າພະເຈົ້າເຊື່ອວ່າ ຄວາມກ້າວໜ້າໃນສາຍອາຊີບການງານກໍບໍ່ຫ່າງໄກເກີນທີ່ຂວາຍຄວ້າເອົາໄວ້ຢ່າງແນ່ນອນ.
ຂໍຂອບໃຈທຸກທ່ານທີ່ອ່ານຈົນຈົບ ຫວັງວ່າບົດຄວາມນີ້ຈະເກີດປະໂຫຍດຕໍ່ຜູ້ທ່ານຜູ້ອ່ານ ບໍ່ໜ້ອຍກໍ່ຫຼາຍ. ຖ້າຫາກວ່າມີຂໍ້ຜິດພາດປະການໃດ ທຸກທ່ານສາມາດໃຫ້ຄຳຕິຊົມ ແລະ ອອກຄຳຄິດເຫັນໄດ້. ຂໍຂອບໃຈ^_^