Tolin
ແນະນຳວິຖີການເປັນ ວິສະວະກອນຊອບແວ ໃນປີ 2023
ພວກເຮົາຮູ້ຫຼືບໍ່ວ່າ ວິສະວະກອນຊອບແວ ເຂົາເຮັດຫຍັງແນ່? ແລະ ເຮົາຈະເປັນແບບພວກເຂົາໄດ້ແນວໃດ?
ໃນບົດຄວາມນີ້, ຂ້າພະເຈົ້າຈະອະທິບາຍກ່ຽວກັບໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງອາຊີບ ວິສະວະກອນຊອບແວ. ນອກນັ້ນ, ຍັງຈະເວົ້າເຖິງທັກສະທີ່ສຳຄັນໃນການທີ່ຈະເປັນວິສະວະກອນຊອບແວ ດ້ວຍຕົນເອງ.
1. ວິສະວະກຳຊອບແວແມ່ນຫຍັງ ແລະ ຄວາມໝາຍຂອງມັນແມ່ນແນວໃດ?
ທຸກໆວັນນີ້ເຮົາອາດຈະໄດ້ນຳໃຊ້ ເວັບໄຊທ໌ ແລະ ແອັບພຣິເຄຊັ່ນເທິງມືຖື
ສິ່ງເຫຼົ່ານັ້ນລ້ວນແຕ່ຖືກສ້າງມາດ້ວຍ Code ຄຳສັ່ງເປັນພັນໆແຖວ ແລະ ຄຳສັ່ງເຫຼົ່ານັ້ນກໍ່ຖືກຂຽນໂດຍ ວິສະວະກອນຊອບແວ.
ວິສະວະກຳຊອບແວ ແມ່ນຂະບວນການຂັ້ນຕອນຂອງການ ອອກແບບ, ການສ້າງ, ການທົດສອບ, ການນຳໃຊ້ ແລະ ການບຳລຸງຮັກສາຊອບແວທີ່ໄດ້ສ້າງຂຶ້ນມາ, ລະບົບຂໍ້ມູນຂ່າວສານຂອງຄອມພິວເຕີ້ ແລະ ເຄື່ອງມືທີ່ຈຳເປັນຕ່າງໆ. ວິສະວະກອນຊອບແວ ທີ່ເຮັດສິ່ງຕ່າງໆເຫຼົ່ານັ້ນດ້ວຍ ວິທີການດ້ານວິສະວະກອນ, ທິດສະດີວິທະຍາສາດຄອມພິວເຕີ້ ແລະ ພາສາໂປຣແກຣມ.
ວິສະວະກອນຊອບແວ ພັດທະນາຄຳສັ່ງເພື່ອອຸປະກອນ, ລະບົບປະຕິບັດການ, ລະບົບປະຕິບັດການແບບຝັງ, ເຄືອຂ່າຍ, ລະບົບອົງກອນຂະໜາດໃຫ່ຍ ຫຼື ວີດີໂອເກມເປັນຕົ້ນ.
ພວກເຂົາເຮັດວຽກດ້ວຍວິທີການຕ່າງໆ ຕາມຄວາມຕ້ອງການຂອງລູກຄ້າ ແລະ ທຸລະກິດ ເພື່ອແກ້ໄຂບັນຫາໃດໜຶ່ງທີ່ເກີດຂຶ້ນຈິງໃນໂລກເຮົາ.
2. ວິສະວະກອນຊອບແວເຮັດຫຍັງແນ່ ແລະ ໜ້າທີ່ຮັບຜິດຊອບມີຫຍັງແນ່?
ໃນທົ່ວໄປແລ້ວ, ນີ້ແມ່ນສິ່ງທີ່ວິສະວະກອນຊອບແວເຮັດ ແລະ ຮັບຜິດຊອບໃນແຕ່ລະວັນ:
- ຮວບລວມ ແລະ ວິເຄາະຄວາມຕ້ອງການຂອງຜູ້ໃຊ້ ຫຼື ລູກຄ້າ ວ່າພວກເຂົາຕ້ອງການຊອບແວແບບໃດ.
- ຮວບລວມຄຳຕິຊົມຈາກຜູ້ໃຊ້ ແລ້ວແບ່ງແຍກອອກເປັນໝວດໝູ່ຊັດເຈນ ເພື່ອພັດທະນາລະບົບໃຫ້ດີຍິ່ງໆຂຶ້ນໄປ.
- ໃຊ້ພາສາໂປຣແກຣມ ເພື່ອອອກແບບ ແລະ ສ້າງລະບົບຕ່າງໆຕາມຄວາມຕ້ອງການຂອງຜູ້ໃຊ້.
- ສ້າງຊອບແວທີ່ມີປະສິດທິພາບສູງ, ມີຄວາມປອດໄພ, ສາມາດເຂົ້າເຖິງໄດ້ງ່າຍ ແລະ ງ່າຍຕໍ່ການໃຊ້ງານຂອງຜູ້ໃຊ້.
- ທົດສອບ, ແກ້ຂໍ້ຜິດພາດ, ຫາວິທີແກ້ໄຂ ແລະ ປັບປຸງລະບົບດັ່ງກ່າວ.
- ຈັດລະບຽບ Code ຄຳສັ່ງເພື່ອຄຸນນະພາບ, ປະສິດທິພາບ, ຄວາມໄວ ແລະ ສາມາດນຳໃຊ້ງ່າຍເມື່ອພັດທະນາໄປໄດ້ໄກ.
- ແກ້ໄຂບັນຫາຕ່າງໆ ເພື່ອທີ່ຈະໃຫ້ອົງກອນສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້.
- ສ້າງແຜນຜັງການເຮັດວຽກ, ເອກະສານຕ່າງໆ ແລະ ຂໍ້ມູນທາງດ້ານເຕັກນິກຂອງຂະບວນການເຮັດວຽກຕັ້ງແຕ່ຕົ້ນຈົນຈົບ ເພື່ອແບ່ງປັນຄວາມຄິດເຫັນ ແລະ ຫາທາງອອກຮ່ວມກັນກັບສະມາຊິກພາຍໃນທີມ.
- ປຶກສາ ຫຼື ໃຫ້ຄຳປຶກສາກັບສະມາຊິກຄົນອື່ນໆພາຍໃນອົງກອນ.
- ນຳສະເໜີ ລູກຫຼິ້ນໃໝ່ໆຕ່າງໆໃຫ້ກັບລູກຄ້າຟັງສະເໝີ.
3. ວິສະວະກອນຊອບແວ ແບ່ງອອກມີໜ້າວຽກໃດແນ່?
ຄຳວ່າ "ວິສະວະກອນຊອບແວ" ແມ່ນເປັນຄຳເວົ້າທີ່ກ້ວາງ, ເຊິ່ງໝາຍເຖິງມີຫຼາຍໜ້າວຽກທີ່ ວິສະວະກອນແຕ່ລະຄົນສາມາດຊ່ຽວຊານໄດ້ ເຊິ່ງຫຼັກໆແບ່ງອອກດັ່ງນີ້.
ການພັດທະນາເວັບ Front-end
ໝາຍເຖິງການອອກແບບ, ການສ້າງ ແລະ ທົດສອບປະສົບການຂອງຜູ້ໃຊ້ (UX: User Experience), ໜ້າຕ່າງຜູ້ໃຊ້ງານ (UI: User Interface) ແລະ ພາກສ່ວນຕ່າໆທີ່ຜູ້ໃຊ້ເຫັນ ແລະ ສາມາດຕອບໂຕ້ໄດ້ພາຍໃນເວັບໄຊທ໌.
ນັກພັດທະນາຝັ່ງ Front-end ແມ່ນຈະໃຊ້ພາສາ HTML, CSS, JavaScript ແລະ Framework ຫຼື Libary ທີ່ກ່ຽວຂ້ອງ.
ການພັດທະນາເວັບ Back-end
ການພັດທະນາເວັບໃນຝັ່ງ Back-end ຫຼືຮູ້ກັນວ່າ ເປັນການພັດທະນາໃນຝັ່ງຂອງເຊີເວີ້, ເຮັດໜ້າທີ່ໃນການສ້າງ ແລະ ບຳລຸງຮັກສາພາກສ່ວນການເຮັດວຽກຂອງເວັບໄຊທ໌ ທີ່ຜູ້ໃຊ້ບໍ່ສາມາດເຫັນ ແລະ ໂຕ້ຕອບກັບມັນໄດ້.
ໃນສ່ວນນີ້ແມ່ນຈະເຮັດກ່ຽວກັບ ຖານຂໍ້ມູນ, ສະຖາປັດຕະຍະກຳເວັບ, ເຊີເວີ້, ການຢືນຢັນຕົວຂອງຜູ້ໃຊ້, ການຮັບມືກັບຂະບວນການຮ້ອງຂໍຈາກຜູ້ໃຊ້, ການເຊື່ອມຕໍ່ຂໍ້ມູນ ແລະ ການເຮັດວຽກຮ່ວມກັນກັບຝັ່ງ Front-end.
ການພັດທະນາເວັບ Full-stack
ການພັດທະນາເວັບແບບ Full-stack ໝາຍເຖິງການອອກແບບ, ການສ້າງ, ການທົດສອບ ແລະ ການນຳໃຊ້ຂອງຂະບວນການທັງສອງຝັ່ງບໍ່ວ່າຈະເປັນ Front-end ແລະ Back-end ຂອງເວັບໄຊທ໌ຕັ້ງແຕ່ເລິ່ມຕົ້ນຈົນຈົບພັດທະນາ.
ການພັດທະນາແອັບ Mobile
ໝາຍເຖິງການອອກແບບ ແລະ ສ້າງແອັບພຣິເຄຊັ່ນທີ່ເຮັດວຽກເທິງອຸປະກອນມືຖືເຊັ່ນ: ສະມາທໂຟນ ແລະ ແທັບເລັດ ທີ່ຂັບເຄື່ອນດ້ວຍລະບົບປະຕິບັດການ iOS ແລະ Andriod.
ການພັດທະນາ Game
ໝາຍເຖິງການອອກແບບ ແລະ ສ້າງເກມທີ່ເຮັດວຽກເທິງຫຼາຍ ແພັດຟອມເຊັ່ນ: ຄອມພິວເຕີ້, ເກມຄອນໂຊລ, ເກມເວັບບຣາວເຊີ້ ແລະ ໂທລະສັບມືຖື.
ການພັດທະນາແອັບພຣິເຄຊັ່ນເທິງອຄອມພິວເຕີ້
ໝາຍເຖິງການສ້າງແອັບພຣິຊັ່ນທີ່ເຮັດວຽກເທິງຄອມພິວເຕີ້ ທີ່ມີໜ້າຕ່າງຜູ້ໃຊ້ງານ ເຊັ່ນ: ໂປຣແກຣມປະມວນຜົນຄຳ ແລະ ໂປຣແກຣມຕົກແຕ່ງຮູບພາບເປັນຕົ້ນ.
ການພັດທະນາລະບົບປະຕິບັດການ
ໝາຍເຖິງການພັດທະນາອຸປະກອນ ແລະ ແພັດຟອມເພື່ອໃຫ້ຊອບແວຕ່າງໆສາມາດເຮັດວຽກຮ່ວມກັນໄດ້ເຊັ່ນ: ລະບົບປະຕິບັດການ Linux, macOS ແລະ Windows.
DevOps
DevOps ຫຼືມີຊື່ເຕັມວ່າ Development Operation ທີ່ມີໜ້າທີ່ໃນການນຳໃຊ້ຂະບວນການຕ່າງໆ,ວິທີການຕ່າງໆ ແລະ ເຄື່ອງມືຕ່າງໆທີ່ຊ່ວຍໃນເລື່ອງການເຮັດວຽກແບບອັດຕະໂນມັດ, ການຈັດການ ແລະ ການເພີ່ມປະສິດທິພາບໂຄງລ່າງພື້ນຖານ ແລະ ການດຳເນີນການຂອງການພັດທະນາຊອບແວ.
Cloud computing
ໝາຍເຖິງຄອມພິວເຕີ້ທີ່ເຮັດວຽກໃນລະບົບ ຄຣາວເຊີເວີ້ ທີ່ເຮັດໃຫ້ສາມາດໃຫ້ບໍລິການໃນການສ້າງລະບົບທຸກຂະໜາດ.
Cybersecurity
ຄວາມໝັ້ນຄົງທາງໄຊເບີ້ ແມ່ນຈະມີໜ້າທີ່ໃນການຮັບປະກັນຄວາມປອດໄພຂອງຊອບແວວ ແລະ ລະບົບ ເພື່ອປ້ອງກັນຈາກການ Hack, ໄວຣັສ, ໄພຄຸກຄາມ, ຈຸດອ່ອນ ແລະ ການກໍອາດສະຍາກຳຕ່າງໆທາງໄຊເບີ້.
4. ເປັນຫຍັງເຮົາຄວນເລືອກສາຍອາຊີບເປັນ ວິສະວະກອນຊອບແວ
ທຳອິດເລີຍ, ເຕັກໂນໂລຊີທຸກວັນນີ້ແມ່ນມີການພັດທະນາຢູ່ຕະຫຼອດເວລາ ຈົນເຮັດໃຫ້ເກີດມີການປ່ຽນແປງຫຼາຍຢ່າງຖ້າຫາກທຽບກັບວັນເກົ່າໆທີ່ຜ່ານມາບໍ່ດົນ.
ວິສະວະກອນຊອບແວ ຈະສຶກສາຮ່ຳຮຽນສິ່ງໃໝ່ຢ່າງສະໝ່ຳສະເໝີ ເພື່ອໃຫ້ທັນກັບການປ່ຽນແປງຂອງເຕັກໂນໂລຊີໃນແຕ່ລະວັນ. ພວກເຂົາເປັນນັກຮຽນຮູ້ແບບໄລຍະຍາວ.
ຖ້າຫາກວ່າທ່ານເປັນຄົນທີ່ຮູ້ສຶກຕື່ນເຕັ້ນ ແລະ ມີຄວາມສຸກກັບການຮຽນຮູ້ທັກສະຕ່າງໆ ແລະ ເບື່ອໜ່າຍກັບສິ່ງເດີມໆຊ້ຳໆ, ທ່ານອາດຈະມັກກັບການນຳໃຊ້ເຕັກໂນໂລຊີໃໝ່ໆ.
ອີກໜຶ່ງເຫດຜົນທີ່ວ່າ ອາຊີບວິສະວະກຳຊອບແວ ອາດເໝາະສົມສຳລັບທ່ານ ຖ້າຫາກວ່າທ່ານມີຄວາມສູກກັບການແກ້ໄຂບັນຫາຕ່າງໆ.
ວິສະວະກອນຊອບແວ ແມ່ນນັກແກ້ໄຂບັນ ໂດຍໃຊ້ຕັກກະ ແລະ ຄວາມຄິດສ້າງສັນ ເພື່ອແກ້ໄຂບັນຫາຂອງລູກຄ້າ ແລະ ພະນັກງານ.
ຖ້າຫາກທ່ານເປັນຄົນມີເຫດຜົນ, ມີຄວາມຄິດວິເຄາະ ແລະ ເປັນຄົນມີລະບົບລະບຽບ ທ່ານອາດຈະມີຄວາມສຸກກັບຂັ້ນຕອນໃນການແກ້ໄຂບັນຫາ ແລະ ສ້າງສິ່ງທີ່ເປັນປະໂຫຍດໄດ້.
ສູດທ້າຍ ອາຊິບວິສະວະກອນຊອບແວ ມີຄວາມຕ້ອງການສູງໃນຫຼາຍໆບໍລິສັດ ແລະ ຫຼາຍປະເທດ ພ້ອມທັງເປັນອາຊີບທີ່ມີເງິນເດືອນສູງ ແລະ ມີຊີວິດການເຮັດວຽກທີ່ດີ ຈົນສາມາດມີເວລາສ່ວນຕົວໃຫ້ກັບຕົນເອງຫຼາຍພໍດີ.
5. ວິທີການເປັນນັກວິສະວະກອນຊອບແວ
ວິສະວະກອນຊອບແວແມ່ນຈຳເປັນຕ້ອງໄດ້ຮຽນຮູ້ຫຼາຍໆສິ່ງຢ່າງ. ສະນັ້ນ, ສິ່ງທຳອິດທີ່ຄວນເຮັດຄື ເສັ້ນທາງ ແລະ ສະພາບແວດລ້ອມໃນການຮຽນຮູ້.
ເຊິ່ງການຮຽນຮູ້ທີ່ຈະເປັນວິສະວະກອນຊອບແວ ແມ່ນມີເສັ້ນທາງດັ່ງນີ້:
ວຸດທິການສຶກສາລະດັບວິທະຍາໄລ ສາຂາວິທະຍາສາດຄອມພິວເຕີ້
ໜຶ່ງໃນທາງເລືອກພື້ນຖານທີ່ຈະເປັນວິສະວະກອນຊອບແວ ກໍ່ຄືການສຶກສາໃນໄລຍະເວລາ 4 ປີໃນສາຂາພາກວິຊາວິທະຍາສາດຄອມພິວເຕີ້ ຫຼື້ ສາຂາທີ່ກ່ຽວຂ້ອງກັບວິທະຍາສາດ.
ການທີ່ເຮົາຈົບການສຶກສາມາຈາກສາຂາພາກວິຊາທີ່ກ່ຽວຂ້ອງຈາກວິທະຍາໄລ ຈະເຮັດໃຫ້ເຮົາຖືກຍອມຮັບຈາກຜູ້ຈ້າງງານ ແລະ ສາມາດຂຽນເປັນຂໍ້ມູນໃນໃບຢື່ນສະໝັກງານໄດ້. ແຕ່ວ່າການຮຽນຕໍ່ໃນລະດັບວິທະຍາໄລ ບໍ່ວ່າຈະສາຂາພາກວິຊາໃດກໍ່ຕາມ ລ້ວນແຕ່ມີຄ່າໃຊ້ຈ່າຍທີ່ຂ້ອນຂ້າງແພງ.
ຖ້າຫາກວ່າທ່ານບໍ່ຕ້ອງການທີ່ຈະຮຽນໃນພາກວິຊາດັ່ງກ່າວ ແລ້ວຕ້ອງການເປັນວິສະວະກອນຊອບແວ ທ່ານກໍ່ຕ້ອງເປັນຄົນທີ່ມີທັກສະ ແລະ ປະສົບການພໍສົມຄວນ ເພື່ອທີ່ຈະສະໝັກວຽກງານ. ແຕ່ວ່າແນວໃດກໍ່ຕາມ ການສຶກສາໃນພາກວິຊາວິທະຍາສາດຄອມພິວເຕີ້ ກໍ່ເປັນການລົງທຶນ ແລະ ເພີ່ມໂອກາດໃນການຫາວຽກງານໄດ້ງ່າຍ.
ການເຂົ້າການຝຶກອົບຮົມການຂຽນ Code
ກໍ່ເປັນອີກທາງເລືອກໜຶ່ງໃນການທີ່ຈະເປັນວິສະວະກອນ ຊອບແວ.
ການຝຶກອົບຮົມ ຫຼື ບູທແຄັ້ມ (Bootcamps) ແມ່ນໂຄງການຝຶກອົບຮົມທີ່ຈິງຈັງ ທີ່ຈະສອນທ່ານກ່ຽວກັບທັກສະວິຊາການທີ່ຈຳເປັນ ສຳລັບວຽກງານວິສະວະກອນຊອບແວ. ໄລຍະເວລາການຝຶກອົບຮົມແມ່ນຢູ່ປະມານ 20-30 ອາທິດ.
ໃນການຝຶກອົບຮົມ ທ່ານຈະໄດ້ຮຽນຮູ້ຈາກການລົງມືເຮັດຕົວຈິງ ຈົນເຖິງຕອນທ້າຍຂອງໂຄງການ ທ່ານຈະໄດ້ມີຜົນງານເປັນຂອງຕົນເອງເພື່ອທີ່ຈະໄວ້ສະແດງກັບຜູ້ວ່າຈ້າງງານ.
ແນວໃດກໍ່ຕາມການຝຶກອົບຮົມແມ່ນຈະໃຊ້ໄລຍະເວລາດົນພໍສົມຄວນ ແລະ ສະຖານທີ່ການຝຶກອົບຮົມກໍ່ຈະອາດບໍ່ກັບສະພາບແວດລ້ອມທີ່ທ່ານເຄີຍຢູ່ມາກ່ອນ ອາດເຮັດໃຫ້ທ່ານຕ້ອງໄດ້ປັບຕົວ ແລະ ອົດທົນພໍສົມຄວນ.
ຮຽນຮູ້ການຂຽນ Code ດ້ວຍຕົນເອງ
ອີກໜຶ່ງທາງເລືອກສຸດທ້າຍ ກໍ່ຄືການຮຽນຂຽນ Code ດ້ວຍຕົນເອງ ແລະ ສ້າງແຜນການຮຽນຮູ້ຈາກຫຼາຍແຫຼ່ງບໍ່ວ່າຈະເປັນ ປຶ້ມ, ວີດີໂອສອນ ແລະ ຄອສຕ່າງໆ.
ການຮຽນຮູ້ດ້ວຍຕົນເອງເປັນສິ່ງທີ່ວິສະວະກອນຊອບແວຕ້ອງໄດ້ເຮັດມັນຕະຫຼອດໄປ ແຕ່ວ່າສຳລັບຄົນທີ່ບໍ່ມີເວລາ ແລະ ມີຄວາມຮັບຜິດຊອບຕໍ່ຄອບຄົວ, ວຽກງານ ການຮຽນຮູ້ດ້ວຍຕົນເອງກໍ່ເປັນທາງເລືອກທີ່ດີທີ່ສຸດ.
ທ່ານສາມາດຮຽນຮູ້ດ້ວຍຕົນເອງດ້ວຍເວລາວ່າງຂອງທ່ານເອງ ແລະ ສາມາດສ້າງຕາລາງການຮຽນຕາມເວລາວ່າງທີ່ເໝາະສົມຂອງຕົນເອງໄດ້.
6. ຮຽນຮູ້ ແລະ ພັດທະນາ ພຶດຕິກຳນິດໄສໃນການຮຽນຮູ້ຂອງຕົນເອງ
ບໍ່ວ່າທ່ານຈະຮຽນຮູ້ເລື່ອງຫຍັງກໍ່ຕາມ, ທ່ານກໍ່ຕ້ອງຮູ້ເຕັກນິກໃນການຮຽນຮູ້ແບບມີປະສິດທິພາບ ເພື່ອໃຫ້ໄດ້ຄວາມຮູ້ທີ່ເຕັມເມັດເຕັມໜ່ວຍຈາກສິ່ງທີ່ທ່ານຮຽນ.
ຮຽນຮູ້ທີ່ຈະເຮັດທຸກຢ່າງ ທີ່ເຮັດໃຫ້ທ່ານສາມາດເຂົ້າໃຈທຸກຢ່າງໄດ້ໄວ ແລະ ຈື່ມັນຕະຫຼອດໄປ ເພາະມັນເປັນສິ່ງທີ່ສຳຄັນ ແລະ ຈຳເປັນຫຼາຍສຳລັບການເປັນວິສະວະກອນຊອບແວແບບມືອາຊີບ.
ເຊິ່ງມັນກໍ່ຄືເທັກນິກໃນການຮຽນຮູ້ ທີ່ຈະຊ່ວຍໃຫ້ເຮົາຮຽນຮູ້ໄດ້ຢ່າງຖືກວິທີ, ຮຽນໜ້ອຍ ແຕ່ໄດ້ຄວາມຮູ້ຫຼາຍ ແລະ ບໍ່ເສຍແຮງຈົນເກີນໄປ.
ເທັກນິກດັ່ງກ່າວແມ່ນຈະປະກອບມີພື້ນຖານ ການອ່ານຊ້ຳ, ການຈົດບັນທຶກ ແລະ ການກາຂີດສິ່ງທີ່ສຳຄັນຂອງເນື້ອຫາໄວ້.
7. ຮຽນຮູ້ວິຊາການທີ່ກ່ຽວຂ້ອງ
ການຮຽນຂຽນພາສາໂປຣແກຣມ
ໃນຖານະວິສະວະກອນຊອບແວ ທ່ານຕ້ອງໄດ້ເຂົ້າໃຈພາສາໂປຣແກຣມ ໃດໜຶ່ງຢ່າງທ່ອງແທ້ ເພື່ອທີ່ຈະເຮັດວຽກກັບສາຍງານທີ່ກ່ຽວຂ້ອງໄດ້ແບບມີປະສິດທິພາບ ແລະ ຖືກຕ້ອງ.
ພາສາໂປຣແກຣມແມ່ນມີເປັນ 100 ກວ່າພາສາ ແຕ່ວ່າເຮົາບໍ່ຈຳເປັນຕ້ອງຮຽນທູກພາສາ ເຮົາພຽງແຕ່ຕ້ອງຮຽນໃຫ້ຖືກກັບໜ້າທີ່ຂອງພາສາ ໃຫ້ກົງກັບສາຍວຽກທີ່ເຮົາຈະເຮັດ.
ນີ້ແມ່ນພາສາເບື້ອງຕົ້ນ ທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນ:
- JavaScript ເປັນພາສາທີ່ເຮັດວຽກເທິງ Web Browser ທີ່ສາມາດພັດທະນາເວັບໄຊທ໌ທັງ Front-end ແລະ Back-end.
- Python ເປັນພາສາທີ່ເຮັດວຽກຝັ່ງ Server ມີຄວາມສາມາດຫຼາກຫຼາຍໃນການພັດທະນາສິ່ງຕ່າງໆເຊັ່ນ: ເວັບໄຊທ໌, ປັນຍາປະດິດ AI, ອຸປະກອນ IoT ແລະ ວິທະຍາສາດຂໍ້ມູນເປັນຕົ້ນ.
- Java ເປັນພາສາທີ່ໃຊ້ພັດທະນາໂປຣແກຣມແອັບພຣິເຄຊັ້ນ ທີ່ຮອງຮັບໄດ້ຫຼາຍລະບົບ.
- C++ ເປັນພາສາທີ່ໃຊ້ພັດທະນາໂປຣແກຣມ, ລະບົບປະຕິບັດການ ແລະ ເກມເປັນຕົ້ນ.
ການຮຽນໂຄງສ້າງຂອງຂໍ້ມູນ ແລະ ອັນກໍຣິທຶມ
ການມີຄວາມຮູ້ເລິກກ່ຽວກັບໂຄງສ້າງຂໍ້ມູນ ແລະ ອັນກໍຣິທຶມ ຈະເຮັດໃຫ້ເຮົາສາມາດແກ້ໄຂບັນຫາໄດດີຂຶ້ນ, ຫາວິທີທາງທີ່ໄດ້ຜົນ ແລະ ດີທີ່ສຸດໃນການແກ້ບັນຫາ ແລະ ສາມາດເຮັດວຽກກັບລະບົບຂະໜາດໃຫ່ຍໄດ້.
ໂຄງສ້າງຂໍ້ມູນແມ່ນພື້ນທີ່ການຈັດເກັບ ແລະ ຈັດການສ່ວນປະກອບຂອງຂໍ້ມູນທີ່ຄອມພິວເຕີ້ສາມາດຄຳນວນຂໍ້ມູນດັ່ງກ່າວໄດ້ແບບຖືກຕ້ອງແມ້ນຍຳ.
ອັນກໍຣິທຶມ ແມ່ນໂຄງສ້າງລຳດັບຂັ້ນຕອນທີ່ຄອມພິວເຕີ້ເຮັດວຽກ ເພື່ອແກ້ໄຂບັນຫາໃດໜຶ່ງ.
ຮຽນຮູ້ເຄື່ອງດ້ານວິສະວະກອນຊອບແວ
ໃນຖານະວິສະວະກອນຊອບແວ ຈະມີເຄື່ອງມືຫຼາກຫຼາຍໃຫ້ເລືອກໃຊ້ແບບບໍ່ຊ້ຳກັນ, ແຕ່ວ່າກໍ່ມີບາງເຄື່ອງມືທີ່ຈຳເປັນຕ້ອງໄດ້ໃຊ້ທຸກວຽກງານ ແລະ ທຸກວັນ ເຊິ່ງປະກອບມີຫຼັກໆດັ່ງນີ້:
- ເຄື່ອງມືຄວບຄຸມການປ່ຽນແປງຂອງເວີຊັ້ນ (Version Control) ເປັນເຄື່ອງມືທີ່ຈັດເກັບຟາຍໂປເຈັກຂອງເຮົາໄວ້ ແລ້ວຕິດຕາມການປ່ຽນແປງທຸກບາດກ້າວ ເພື່ອຫຼຸດການຜິດພາດໃນການເຮັດວຽກຂອງໂປເຈັກ ເມື່ອມີການອັບເດດສິ່ງໃໝ່ເຂົ້າໄປ. ນອກນັ້ນ, ຖ້າຫາກວ່າມີການຜິດພາດ ເຮົາສາມາດຍ້ອນກັບໄປຫາຟາຍຊຸດເກົ່າກ່ອນໜ້ານີ້ທີ່ບໍ່ມີບັນຫາໄດ້.
- ຊຸດຄຳສັ່ງຂອງລະບົບປະຕິບັດການ (Command Line) ເຮັດໃຫ້ເຮົາສາມາດສັ່ງການກັບຕົວລະບົບປະຕິບັດການໂດຍກົງ ແລະ ສາມາດເຮັດໄດ້ຫຼາຍໆຢ່າງທີ່ຕ້ອງການໄດ້.
- ເຄື່ອງມືການພັດທະນາຊອບແວ (IDE: Integrated Development Environment) ເປັນຊອງແວທີ່ເຮັດໃຫ້ເຮົາສາມາດຂຽນ Code ໄດ້ຢ່າງມີປະສິດທິພາບ ເຊິ່ງຈະມີເຄື່ອງມືຕ່າງໆທີ່ກ່ຽວກັບການພັດທະນາຊອບແວ.
ຮຽນຮູ້ທັກສະອື່ນໆ ນອກຈາກວິຊາການ
ວິສະວະກອນ ຊອບແວ ກໍ່ເປັນໜຶ່ງໃນອາຊິບທີຕ້ອງໄດ້ເຮັດວຽກຮ່ວມກັນກັບຄົນອື່ນໆພາຍໃນອົງກອນ ນັ້ນກໍ່ໝາຍຄວາມວ່າເຮົາຮູ້ຢ່າງອື່ນນຳ ນອກຈາກການຂຽນ Code.
ເຊິ່ງທັກສະດັງກ່າວເອີ້ນວ່າ Soft Skill ເຊິ່ງເປັນທັກສະທີ່ເນັ້ນກ່ຽວກັບວິທີການເຮັດວຽກຮ່ວມກັນຢ່າງສັນຕິ ແລະ ມີປະສິດທິພາບ ເຊິ່ງປະກອບມີດັ່ງນີ້:
- ການເຂົ້າສັງຄົມ ແລະ ປະຕິສຳພັນກັບຜູ້ອື່ນ.
- ການເຮັດວຽກຮ່ວມກັນເປັນທີມ.
- ການສື່ສານກັບຄົນອື່ນ.
- ການຈັດການ ແລະ ບໍລິຫານເວລາ.
- ການແກ້ໄຂບັນຫາຕ່າງໆ
ສິ່ງທີ່ກ່າວມາຂ້າງຕົ້ນເປັນພຽງສ່ວນໜຶ່ງຂອງ Soft Skill ທີ່ຊ່ວຍໃຫ້ເຮົາສາມາດເຮັດວຽກໄດ້ດີຍິ່ງຂຶ້ນກັບຄົນອື່ນ.
ຫວັງວ່າບົດຄວາມດັ່ງກ່າວທີ່ຂ້າພະເຈົ້າຂຽນ ແລະ ແປຂຶ້ນມາຈະເປັນປະໂຫຍດໃຫ້ກັບທີ່ສົນໃນໃນການທີ່ຈະເຮັດວຽກກ່ຽວກັບເຕັກໂນໂລຊີ ຫຼື ຢາກເປັນອາຊີບວິສະວະກອນຊອບແວ. ຖ້າຫາກຜິດພາດປະການໃດ ທຸກທ່ານສາມາດຕິຊົມ ອອກຄຳຄິດເຫັນໄດ້ ແລະ ສຸດທ້າຍນີ້ຂໍຂອບໃຈທ່ານຜູ້ອ່ານເປັນຢ່າງສູງທີ່ອ່ານຈົນຈົບ!.
Credit: How to Become a Software Engineer – 2023 Roadmap (freecodecamp.org)